ທະນາຄານການຄ້າຕ່າງປະເທດລາວ ມະຫາຊົນ (ທຄຕລ) ໄດ້ຈັດກອງປະຊຸມສາມັນຜູ້ຖືຮຸ້ນ ປະຈຳປີ 2019 ໃນວັນທີ 29 ພຶດສະພາ 2020 ທີ່ໂຮງແຮມແລນມາກແມ່ຂອງຣິເວີໄຊ ພາຍໃຕ້ການເປັນປະທານຂອງ ທ່ານ ປອ. ບຸນເຫຼືອ ສິນໄຊວໍຣະວົງ ຮອງລັດຖະມົນຕີກະຊວງການເງິນ, ປະທານສະພາບໍລິຫານ ທຄຕລ ແລະ ມີຜູ້ເຂົ້າຮ່ວມຂອງຜູ້ຖືຮຸ້ນລາຍໃຫຍ່ຈາກຜູ້ຕາງໜ້າຈາກກະຊວງການເງິນຖືຮຸ້ນຂອງ ທຄຕລ 60%, ຕາງໜ້າທະນາຄານຄູ່ຮ່ວມຍຸດທະສາດ COFIBRED ຖືຮຸ້ນ ທຄຕລ 10% ນອກນັ້ນຍັງມີຜູ້ຖືຮຸ້ນເຂົ້າຮ່ວມດ້ວຍຕົນເອງຈຳນວນ 62 ຄົນ ຜູ້ມອບສິດຈຳນວນ 234 ຄົນ ເຊິ່ງມີຮຸ້ນລວມກັນທັງໝົດຈຳນວນ 171.437.346 ຮຸ້ນ ເທົ່າກັບ 82,532% ຂອງຮຸ້ນ ທຄຕລ ທັງໝົດ; ມີຜູ້ຕາງໜ້າຈາກທະນາຄານແຫ່ງ ສປປ ລາວ, ກະຊວງການເງິນ, ຕະຫຼາດຫຼັກຊັບລາວ, ສໍານັກງານຄຸ້ມຄອງຫຼັກຊັບ ແລະ ສາມາດບັນລຸກອງປະຊຸມ ໂດຍສອດຄ່ອງກັບລະບຽບການ.
ກອງປະຊຸມໄດ້ເປີດໂອກາດໃຫ້ແກ່ຜູ້ຖືຮຸ້ນສອບຖາມບັນດາຂໍ້ສົນໃຈຕ່າງໆ ແລະ ໄດ້ມີການອະທິບາຍຊີ້ແຈງຈາກຄະນະປະທານກອງປະຊຸມໃນແຕ່ລະບັນຫາ ໂດຍຜູ້ຖືຮຸ້ນ ທຄຕລ ຍັງໄດ້ຮັບຊາບເຖິງການເຄື່ອນໄຫວທີ່ພົ້ນເດັ່ນຂອງ ທຄຕລ ໃນປີ 2019 ໄດ້ພິຈາລະນາຮັບຮອງເອົາບັນຫາສຳຄັນຕ່າງໆ ທີ່ນອນຢູ່ໃນວາລະຂອງກອງປະຊຸມ ເປັນຕົ້ນຮັບຮອງເອົາຜົນການດໍາເນີນທຸລະກິດ ແລະ ເງິນປັນຜົນປະຈໍາປີ 2019 ຮັບຮອງເອົາແຜນການປີ 2020 ຮັບຮອງເອົາຜູ້ກວດສອບອິດສະ ຫຼະ ປະຈໍາປີ 2020 ແລະ ຮັບຮອງການແຕ່ງຕັ້ງສະພາບໍລິຫານຂອງ ທຄຕລ ກອງປະຊຸມຍັງໄດ້ສະເໜີຜົນການດຳເນີນທຸລະກິດໃນປີ 2019 ໂດຍອີງຕາມມາດຖານສາກົນດ້ານການລາຍງານການເງິນແບບສະເພາະກິດຈະການທີ່ໄດ້ຮັບການກວດສອບ ເຫັນວ່າ ທຄຕລ ມີຍອດຊັບສິນ/ໜີ້ສິນ: 46.547.208 ລ້ານກີບ ລື່ນແຜນການປີ 8,9%, ເງິນຝາກທັງໝົດ 40.004.656 ລ້ານກີບ ປະຕິບັດໄດ້ລື່ນແຜນ 12% ແລະ ສິນເຊື່ອທັງໝົດ 26.987.990 ລ້ານກີບ ເທົ່າກັບ 104,5% ຂອງແຜນການປີ ແລະ ທຄຕລ ມີກໍາໄລຫຼັງອາກອນໄດ້ຈຳນວນ 329.482 ລ້ານກີບ, ທຽບໃສ່ແຜນການປີປະຕິບັດໄດ້ 75,5% ແລະ ຍັງມີເງິນປັນຜົນໃຫ້ແກ່ຜູ້ຖືຮຸ້ນ ທຄຕລ ປະຈຳປີ 2019 ຮຸ້ນລະ 813 ກີບ ສ່ວນການຈ່າຍເງິນປັນຜົນຕົວຈິງຈະໃຫ້ສໍາເລັດພາຍໃນ 10 ວັນລັດຖະການຫຼັງຈາກກອງປະຊຸມຄັ້ງນີ້.
ສຳລັບແຜນການປະຈໍາປີ 2020 ກອງປະຊຸມຍັງໄດ້ຮັບຮອງເອົາບັນດາຕົວເລກຍອດຊັບສິນ, ຍອດເງິນຝາກ, ຍອດເງິນກູ້ ແລະ ກຳໄລກ່ອນອາກອນຕາມທີ່ ທຄຕລ ໄດ້ສະເໜີສະເພາະແຜນກໍາໄລກ່ອນອາກອນໄດ້ວາງແຜນໄວ້ຈຳນວນ 357 ຕື້ກີບ; ຮັບຮອງ ເອົາບໍລິສັດ PWC ເປັນຜູ້ກວດສອບຖານະການເງິນ ທຄຕລ ປະຈຳປີ 2020 ແລະ ຍັງຮັບຮອງເອົາການຕໍ່ອາຍຸການຂອງສະພາບໍລິຫານ ທຄຕລ ຊຸດປະຈຸບັນໄປອີກໜຶ່ງປີ ໂດຍມີທ່ານ ປອ. ບຸນເຫຼືອ ສິນໄຊວໍຣະວົງ, ຮອງລັດຖະມົນຕີກະຊວງການເງິນ; ທ່ານຄຳສຸກ ສູນດາລາ ບຸກຄົນອິດສະຫຼະ; ທ່ານ ພູຂົງ ຈັນທະຈັກ ຜູ້ອຳນວຍການໃຫຍ່ ທຄຕລ; ທ່ານ ພຸດທະຂັນ ຂັນຕີ ຮອງຫົວໜ້າຄັງເງິນແຫ່ງຊາດ; ທ່ານ ຮສ.ປອ ພູເພັດ ກ້ຽວພິລາວົງ ຮອງຄະນະບໍດີຄະນະເສດຖະສາດ ແລະ ບໍລິຫານທຸລະກິດ, ມະຫາວິທະຍາໄລແຫ່ງຊາດ; ທ່ານ ວຽງສຸກ ຈຸນທະວົງ ຮອງຜູ້ອຳນວຍການໃຫຍ່ ທຄຕລ ແລະ ທ່ານ Stephane Mangiavacca ຕາງໜ້າຄູ່ຮ່ວມຍຸດທະສາດ (COFIBRED).
# ຂ່າວ-ພາບ: ຣັດສະໝີ ດວງສັດຈະ