ຄະນະສະເພາະກິດ ເພື່ອປ້ອງກັນ ຄວບຄຸມ ແລະ ແກ້ໄຂ ພະຍາດອັກເສບປອດທີ່ເກີດຈາກເຊື້ອຈຸລະໂລກສາຍພັນໃໝ່ COVID-19 ຖະແຫູງຂ່າວປະຈໍາວັນອັງຄານ ວັນທີ09ມິຖຸນາ ປີ2020 ໂດຍ: ທ່ານ ດຣ.ພອນປະເສີດ ໄຊຍະມຸງຄຸນ, ຮອງຫົວໜ້າກົມຄວບຄຸມພະຍາດຕິດຕໍ່, ກະຊວງສາທາລະນະສຸກ.
ສະພາບການເຝົ້າລະວັງ COVID-19 ຢູ່ ສປປ ລາວຮອດ 5 ໂມງແລງ ຂອງວັນທີ 08 ມິຖຸນາ 2020 ການຕິດຕາມຜູ້ເດີນທາງຕາມຈຸດຜ່ານແດນຕ່າງໆມີຈໍານວນຜູ້ເດີນທາງເຂົ້າມາ ສປປ ລາວທັງໝົດ 1,466 ຄົນ ຄື:
- ຈຸດຜ່ານດ່ານ ລາວ-ໄທ ມີຈຳນວນ 756 ຄົນ (ຜ່ານດ່ານຂົວມິດຕະພາບແຫ່ງທີ II ມີແຮງງານລາວ 46 ຄົນ (ມີຖິ່ນຖານມາຈາກສະຫວັນ ນະເຂດ 38ຄົນ,ຄຳມ່ວນ 05 ຄົນ, ນະຄອນຫຼວງ 02ຄົນແລະ ຈຳປາສັກ 01 ຄົນ).
- ຜ່ານດ່ານຂົວມິດຕະພາບ IIIມີແຮງງານ 27 ຄົນ (ມີຖິ່ນຖານມາຈາກຄຳມ່ວນ 25 ຄົນ ແລະ ສະຫວັນນະເຂດ 02 ຄົນ).
- ແຮງງານລາວເຂົ້າມາຜ່ານດ່ານວັງເຕົ່າ-ຊ່ອງເມັກມີ 76 ຄົນ (ມີຖິ່ນຖານມາຈາກຈຳປາສັກ 56 ຄົນ,ສາລະວັນ 12 ຄົນ, ສະຫວັນນະເຂດ06ຄົນແລະນະຄອນຫຼວງ 02ຄົນ)
- ເຫຼືອນັ້ນແມ່ນຄົນຂັບລົດສົ່ງສິນຄ້າ 607 ຄົນ.
- ຈຸດຜ່ານດ່ານ ລາວ-ຈີນ ມີຈຳນວນ 16 ຄົນ,ທັງໝົດແມ່ນຜູ້ຂັບລົດຂົນສົ່ງສິນຄ້າ.
- ຈຸດຜ່ານດ່ານ ລາວ-ຫວຽດນາມ ມີຈຳນວນ 622 ຄົນ, ໃນນັ້ນມີຄົນລາວກັບມາແຕ່ປິ່ນປົວ 02 ຄົນຜ່ານດ່ານນ້ຳພາວ, ແຂວງບໍລິຄຳໄຊ, ເຫຼືອນັ້ນແມ່ນຄົນຂັບລົດສົ່ງສິນຄ້າ 620 ຄົນ.
- ຈຸດຜ່ານດ່ານ ລາວ-ກຳປູເຈຍ ມີຈຳນວນ 00 ຄົນ.
- ຈຳນວນຜູ້ເດີນທາງຜ່ານ ສະໜາມບິນສາກົນວັດໄຕ ມີຈຳນວນ 72 ຄົນ, ໃນນັ້ນມີແຮງງານຈີນ 70 ຄົນ ແລະ ຄົນລາວ 02 ຄົນ.
- ທຸກຄົນໄດ້ແທກອຸນຫະພູມຮ່າງກາຍ,ກວດຫາອາການຜິດປົກກະຕິ, ແຕ່ບໍ່ພົບຜູ້ມີອາການເປັນໄຂ້ ແລະ ໄດ້ເກັບຕົວຢ່າງທຸກໆຄົນມາກວດ (ຍົກເວັ້ນແຕ່ຜູ້ຂັບລົດຂົນສົ່ງ ແລະ ຜູ້ຕິດຕາມ) ແລ້ວຈຶ່ງນຳສົ່ງໄປຫາສະຖານທີ່ຈຳກັດບໍລິເວນທີ່ກຳນົດໄວ້ຈົນກວ່າຈະຄົບກຳນົດ 14ວັນ.
ການເກັບຕົວຢ່າງມາກວດວິເຄາະ ແລະ ຄົ້ນຫາຜູ້ຕິດເຊື້ອພະຍາດ ວັນທີ 08 ມິຖຸນາ 2020, ໄດ້ເກັບຕົວຢ່າງມາກວດວິເຄາະທັງໝົດ 319 ຄົນ, ໃນນັ້ນແຮງງານລາວກັບມາແຕ່ໄທ 227 ຄົນ, ແຮງງານຈີນ 77 ຄົນ,ກໍລະນີສົງໄສ 14 ຄົນ ແລະ ຜູ້ຕິດເຊື້ອນອນປິ່ນປົວຢູ່ໂຮງໝໍມິດຕະພາບ 01 ຄົນ (ນ້ຳເບີ 07). ຜົນກວດຂອງ ແຮງງານລາວ, ແຮງງານຈີນ ແລະ ກໍລະນີສົງໄສທີ່ກວດແມ່ນ ບໍ່ພົບເຊື້ອ.
ສຳລັບ ຜູ້ຕິດເຊື້ອທີ່ນອນປິ່ນປົວຢູ່ໂຮງໝໍມິດຕະພາບ 01 ຄົນ (ນ້ຳເບີ 07) ແມ່ນຜູ້ໜຶ່ງໃນຈໍານວນ 19 ຄົນ ຕິດເຊື້ອໂຄວິດ-19 ໃນ ສປປ ລາວ ແລະ ແມ່ນຜູ້ສຸດທ້າຍໃນຈໍານວນ 16 ຄົນທີ່ນອນປິ່ນປົວຢູ່ໂຮງໝໍມິດຕະພາບ ແລະ ໄດ້ຮັບການປິ່ນປົວຄົບຕາມກໍານົດ ໄດ້ຫາຍດີເປັນປົກກະຕິແລ້ວ ໂດຍຜ່ານການກວດກາ ທາງດ້ານວິເຄາະບໍ່ພົບເຊື້ອ 2 ຄັ້ງຕິດຕໍ່ກັນພາຍໃນ 24 ຊົ່ວໂມງ. ດັ່ງນັ້ນ, ຈຶ່ງໄດ້ອະນຸຍາດອອກໂຮງໝໍກັບບ້ານໄດ້ ໃນວັນທີ 9 ມິຖຸນາ 2020ນີ້.
ສະແດງຄວາມຍ້ອງຍໍຊົມເຊີຍຕໍ່ແພດໝໍທຸກຄົນ ທີ່ໄດ້ອຸທິດເຫື່ອແຮງສະຕິປັນຍາເຂົ້າໃນການປິ່ນປົວຄົນເຈັບຈົນໄດ້ຮັບຜົນສໍາເລັດເປັນຢ່າງດີ. ພ້ອມນັ້ນ, ທ່ານລັດຖະມົນຕີ ກະຊວງສາທາລະນະສຸກ ຍັງໄດ້ໃຫ້ທິດຊີ້ນໍາບາງຕອນວ່າເຖິງຈະບໍ່ມີຄົນເຈັບນອນປິ່ນປົວພະຍາດດັ່ງກ່າວສະຖານທີ່ແຫ່ງນີ້ແລ້ວ ກໍຕາມແຕ່ຮຽກຮ້ອງໃຫ້ແພດໝໍ ຫຼື ໂຮງໝໍຍັງສືບຕໍ່ພາລະບົດບາດ ໃນການເຝົ້າລະວັງ, ຄັດກອງຄົນເຈັບ ແລະ ກຽມພ້ອມຮັບຄົນເຈັບຖ້າມີກໍລະນີເກີດຂຶ້ນໃໝ່ໃນຕໍ່ໜ້າ.
Medialaos MMD