ພາຍຫລັງທີ່ລັດຖະບານ ອະນຸຍາດໃຫ້ເປີດ ການຮຽນ-ການສອນຄືນໃໝ່ ທຸກຊັ້ນຮຽນຂອງ ສາຍສາມັນສຶກສາ ໃນຂອບເຂດທົ່ວປະເທດ ພະແນກສຶກສາທິການ ແລະ ກິລາ ແຂວງສາລະວັນ ກໍໄດ້ຈັດຕັ້ງປະຕິບັດ ເປີດການຮຽນ-ການສອນ ຄືນໃໝ່ເປັນປົກກະຕິແລ້ວ ພ້ອມວາງມາດຕະການປ້ອງກັນພະຍາດໂຄວິດ-19 ຢ່າງເຂັ້ມງວດ ໂດຍໄດ້ແນະນຳວີທີການ ແລະ ມາດຕະການຕ່າງໆ ໃນການປ້ອງກັນການຕິດເຊື້ອໂຄວິດ-19 ໃຫ້ບັນດາໂຮງຮຽນ 700 ກວ່າແຫ່ງໃນທົ່ວແຂວງ ນຳໄປເຜີຍແຜ່ຕໍ່ນັກຮຽນ-ນັກສຶກສາ ຢ່າງເຄັ່ງຄັດ ໂດຍສະເພາະການຮັກສາໄລຍະຫ່າງ 1 ແມັດຂຶ້ນໄປ, ການຮັກສາຄວາມສະອາດ ແລະ ອື່ນໆ ແນໃສ່ປ້ອງກັນ, ສະກັດກັ້ນ ບໍ່ໃຫ້ພະຍາດນີ້ກັບຄືນມາແຜ່ລະ ບາດອີກ ເປັນຄັ້ງທີສອງ.

ທ່ານ ສິລິສັກ ທະໜອມຮັກ ຫົວໜ້າພະແນກສຶກສາທິການ ແລະ ກິລາ ແຂວງສາລະວັນ ລາຍງານໃຫ້ຮູ້ໃນວັນທີ 10 ມິຖຸນາ 2020 ນີ້ວ່າ: ກ່ອນເປີດການຮຽນ-ການສອນ ຄືນໃໝ່ນີ້, ພະແນກ ສຶກສາທິການ ແລະ ກິລາ ແຂວງສາລະວັນ ໄດ້ແນະນຳໃຫ້ຜູ້ບໍລິຫານໂຮງຮຽນ, ຄູ-ອາຈານ ແລະ ບັນດານ້ອງນັກຮຽນ ທົ່ວແຂວງສາລະວັນ ກະກຽມຄວາມພ້ອມໃນດ້ານຕ່າງໆ ໂດຍສະເພາະ ສ້ອມແປງບູລະນະອາຄານສະຖານທີ່, ອຸປະກອນການຮຽນ-ການສອນ, ພ້ອມອະນາໄມອ້ອມຮອບ ບໍລິເວນນອກ ແລະ ໃນຫ້ອງຮຽນ, ພ້ອມທັງໄດ້ປະສານກັບ ຄະນະສະເພາະກິດຂອງແຂວງ, ເມືອງ ເພື່ອພົ່ນຢາຂ້າເຊື້ອ ບັນດາໂຮງຮຽນ ທີ່ເປັນເປົ້າໝາຍກັກກັນແຮງງານລາວ ທີ່ມາຈາກຕ່າງປະເທດ ໂດຍສະເພາະມາຈາກປະເທດໄທ ແນໃສ່ສ້າງຄວາມໝັ້ນໃຈ ໃຫ້ແກ່ສັງຄົມ ແລະ ພໍ່ແມ່ ຂອງນ້ອງນັກຮຽນ ເຊິ່ງແຂວງສາລະວັນ ໄດ້ນຳໃຊ້ໂຮງຮຽນ ເກືອບ 300 ແຫ່ງ ເພື່ອເປັນບ່ອນກັກກັນ. ນອກນັ້ນ, ຍັງໄດ້ແນະນຳໃຫ້ຜູ້ບໍລິຫານ, ການສຶກສາ, ຜູ້ອຳນວຍການໂຮງຮຽນ, ຄູ-ອາຈານ, ນັກຮຽນ-ນັກສຶກສາປະຕິ ບັດມາດຕະການ ຕາມຄຳແນະນຳຂອງ ຄະນະສະເພາະກິດວາງອອກ ໂດຍສະເພາະ ການໃສ່ຜ້າອັດປາກ, ດັງ, ການຮັກສາໄລຍະຫ່າງ 1 ແມັດຂຶ້ນໄປ, ປຸກລະດົມໃຫ້ໂຮງຮຽນ ສະໜອງບ່ອນລ້າງມື, ສະໜອງສະບູ່, ແຈວລ້າງມື, ສະເປ ແລະ ເຜີຍແຜ່ ໃຫ້ບັນດາຄູ-ອາຈານ ຮູ້ເຖິງຄວາມອັນຕະລາຍຂອງພະຍາດນີ້, ຮູ້ຈັກວິທີສະກັດກັ້ນ ແລະ ຕ້ານການແຜ່ລະບາດຢ່າງເຂັ້ມງວດ.

ສ່ວນການຈັດຕັ້ງການຮຽນ-ການສອນ ໄດ້ແບ່ງວັນເຂົ້າຮຽນ ໃນຂັ້ນຕ່າງໆ ເຊັ່ນ: ຂັ້ນ ປ1, ປ4, ມ1, ມ3, ມ5 ເຂົ້າຮຽນໃນວັນ ຈັນ, ພຸດ, ສຸກ, ຂັ້ນ ປ2, ປ3, ມ2, ມ6 ເຂົ້າຮຽນວັນຄານ, ພະຫັດ, ວັນເສົາ, ຂັ້ນ ປ5, ມ4, ມ7 ເຂົ້າຮຽນ ວັນຈັນ-ວັນສຸກ, ແຕ່ຜ່ານການຈັດຕັ້ງປະຕິບັດ ຕົວຈິງ ຍັງມີໂຮງຮຽນບາງແຫ່ງ ທີ່ມີຈຳນວນນັກຮຽນບໍ່ຫລາຍ, ສາມາດຮັກສາໄລຍະຫ່າງໄດ້ ກໍໄດ້ຈັດການຮຽນ-ການສອນ ປົກກະຕິ (ຈັນ-ສຸກ), ບາງໂຮງຮຽນ ຖ້າຫ້ອງຮຽນໃດ ມີນັກຮຽນເກີນ 30 ຄົນຂຶ້ນໄປ, ຈະໄດ້ແບ່ງຫ້ອງຮຽນ ອອກເປັນ 2 ຫ້ອງ ຕາມຄວາມອາດສາມາດທີ່ຄູສອນໄດ້. ສຳລັບໄລຍະການຈັດການຮຽນ-ການສອນ ໄດ້ຈັດແບ່ງ ສະເພາະປີສຸດທ້າຍຂອງສາຍສາມັນ ເປັນຕົ້ນ ປ5 ຈະໄດ້ດຳເນີນການສອບເສັງຈົບຊັ້ນ ໃນວັນທີ 13-17 ກໍລະກົດ 2020, ວັນທີ 22-24 ກໍລະກົດ ຈະດຳເນີນການສອບເສັງຊັ້ນ ມ4, ສ່ວນວັນທີ 29-31 ຈະດຳເນີນການສອບເສັງ ຊັ້ນ ມ7, ສ່ວນຊັ້ນອື່ນໆ ຈະດຳເນີນການຮຽນການສອນ ແລະ ທວນຄືນບົດຮຽນຈົນຮອດວັນທີ 17 ກໍລະກົດ.
ທ່ານ ສິລິສັກ ທະໜອມຮັກ ຍັງໄດ້ຮຽກຮ້ອງໃຫ້ຜູ້ບໍລິຫານ ການສຶກສາທຸກລະດັບ ຈົ່ງເອົາໃຈໃສ່ໃນການຊີ້ນຳ-ນຳພາ ໃນການຄຸ້ມຄອງສະຖານການສຶກສາ ເພື່ອໃຫ້ໄດ້ດຳເນີນ ການຮຽນ-ການສອນ ເປັນປົກກະຕິຕາມແຜນ, ຕາມຕາຕະລາງ ການຮຽນ-ການສອນ ທີ່ກະຊວງສຶກສາວາງອອກ, ພ້ອມທັງ ຮຽກຮ້ອງໃຫ້ສັງຄົມ, ພໍ່ແມ່ຜູ້ປົກຄອງຂອງນ້ອງນັກຮຽນ ຈົ່ງໄດ້ໃຫ້ການຮ່ວມມື ແລະ ເອົາໃຈໃສ່ຊຸກຍູ້ສົ່ງເສີມ ໃຫ້ລູກຫລານຂອງຕົນເອງ ໄດ້ໄປຮຽນຢ່າງເປັນປົກກະຕິ, ພ້ອມກັນນັ້ນ ກໍໃຫ້ເອົາໃຈໃສ່ໃນການປະຕິບັດ ມາດຕະການປ້ອງກັນ ການຕິດເຊື້ອໂຄວິດ-19 ຢ່າງເຄັ່ງຄັດ.
Medialaos MMD