ທ່ານ ສຸລິສັກ ທໍານຸວົງ ຫົວໜ້າກົມຄຸ້ມຄອງລະບົບການຊໍາລະ(ຄລຊ) ທະນາຄານແຫ່ງ ສປປ ລາວ(ທຫລ) ໄດ້ໃຫ້ວ່າ: ກົມຄລຊ ເປັນເສນາທິການໃຫ້ຄະນະຜູ້ວ່າການ ທຫລ ກ່ຽວກັບການກຳນົດນະໂຍບາຍ, ຕິດຕາມກວດກາ ແລະພັດທະນາລະບົບການຊຳລະ, ເຄື່ອງມືການຊຳລະ ເພື່ອເອື້ອອຳນວຍໃຫ້ແກ່ການປະຕິບັດນະໂຍບາຍເງິນຕາ ແລະການຮັກສາສະຖຽນລະພາບທາງດ້ານການເງິນ ແລະ ມີໜ້າທີ່ຕົ້ນຕໍໃນການຄົ້ນຄວ້າ, ສ້າງ, ປັບປຸງບັນດານະໂຍບາຍ, ແຜນຍຸດທະສາດ ແລະ ລະບຽບການຕ່າງໆທີ່ຕິດພັນກັບວຽກງານການຊຳລະໃຫ້ແທດເໝາະ ແລະ ສອດຄ່ອງກັບສາກົນໃນແຕ່ລະໄລຍະ;ຄຸ້ມຄອງ ແລະ ຕິດຕາມກວດກາລະບົບການຊຳລະ, ຜູ້ເຂົ້າຮ່ວມໃນລະບົບການຊຳລະໃນການຈັດຕັ້ງປະຕິບັດບັນດາຫຼັກການ, ມາດຕະຖານ ແລະ ລະບຽບການຕ່າງໆໃຫ້ສອດຄ່ອງຕາມລະບຽບກົດໝາຍຂອງ ສປປ ລາວ;ໂຄສະນາ, ເຜີຍແຜ່ ແລະ ໃຫ້ຄວາມຮູ້ແກ່ສັງຄົມກ່ຽວກັບນະໂຍບາຍ, ແຜນຍຸດທະສາດ ແລະ ການເຄື່ອນໄຫວວຽກງານທີ່ຕິດພັນກັບລະບົບການຊຳລະໂດຍຜ່ານພາຫະນະສື່ມວນຊົນ ແລະຮູບການຕ່າງໆຕາມຄວາມເໝາະສົມ;ປະສານກັບບັນດາກົມ/ທຽບເທົ່າຂອງ ທຫລ, ທະນາຄານທຸລະກິດ, ສະຖາບັນການເງິນຈຸລະພາກ, ການຈັດຕັ້ງລັດ ແລະພາກສ່ວນທີ່ກ່ຽວຂ້ອງທັງພາຍໃນປະເທດ ແລະຕ່າງປະເທດ ເພື່ອຍົກສູງຄຸນນະພາບວຽກງານການຄຸ້ມຄອງລະບົບການຊຳລະຂອງ ສປປ ລາວ;ຄົ້ນຄວ້າ, ພິຈາລະນາແກ້ໄຂຂໍ້ຄັດແຍ່ງ ແລະ ບັນຫາຕ່າງໆລະຫວ່າງຜູ້ເຂົ້າຮ່ວມໃນລະບົບການຊຳລະ.
ທ່ານ ສຸລິສັກ ທໍານຸວົງ ຫົວໜ້າກົມຄລຊ ແຈ້ງໃຫ້ຮູ້ວ່າ: ປະຈຸບັນ, ລະບົບການຊຳລະຂອງ ສປປລາວ ປະກອບດ້ວຍພື້ນຖານໂຄງລ່າງ(Financial Market Infrastructure: FMI) ມີ 2 ລະບົບຫຼັກຊຶ່ງມາຮອດປະຈຸບັນ, ມີຜູ້ໃຫ້ບໍລິການຊຳລະມີທັງໝົດ47 ແຫ່ງ ໃນນີ້ທະນາຄານທຸລະກິດຈໍານວນ 42 ແຫ່ງ, ສະຖາບັນການເງິນທີ່ບໍ່ແມ່ນທະນາຄານ1 ແຫ່ງ ແລະ ນິຕິບຸກຄົນ 4 ແຫ່ງ ປະກອບມີຜູ້ໃຫ້ບໍລິການແຊັກ38 ແຫ່ງ; ຜູ້ໃຫ້ບໍລິການບັດລວມທັງໝົດ 25 ແຫ່ງ (ບັດATMພາຍໃນ 1.622.379 ບັດ, ບັດ VISA ເດບິດ 64.109 ບັດ, ບັດ VISA ເຄຣດິດ 9.173 ບັດ); ຜູ້ໃຫ້ບໍລິການຊຳລະຜ່ານແອັບພຣິເຄຊັ່ນໂທລະສັບມືຖື 14 ແຫ່ງ; ຜູ້ໃຫ້ບໍລິການຜ່ານລະບົບການຊຳລະຂ້າມແດນ ໂດຍໃຊ້ເຕັກໂນໂລຊີບລັອກເຊນ 1 ແຫ່ງ; ຜູ້ໃຫ້ບໍລິການເງິນເອເລັກໂຕຣນິກ 5 ແຫ່ງ; ຜູ້ໃຫ້ບໍລິການໂອນເງິນຜ່ານລະບົບ SWIFT(29 ທະນາຄານ); ຜູ້ໃຫ້ບໍລິການໂອນເງິນດ່ວນຜ່ານ MoneyGramແລະ Western Union 16 ແຫ່ງ;ຜູ້ໃຫ້ບໍລິການຮັບໃຊ້ງົບປະມານແຫ່ງລັດມີທັງໝົດ 5 ແຫ່ງ, ໃນນີ້ຮັບໃຊ້ການເກັບລາຍຮັບງົບປະມານປະເພດອາກອນ, ພາສີທີ່ດິນ, ຄ່າທຳນຽມທາງ ແລະ ອື່ນໆ 5 ແຫ່ງ; ຮັບໃຊ້ການຄຸ້ມຄອງລາຍຈ່າຍແລະ ການເບີກຈ່າຍງົບປະມານ 4 ແຫ່ງ. ລະບົບການຊໍາລະທັນສະໄໝເຮັດໃຫ້ລັດຖະບານ ສາມາດເກັບລາຍຮັບໄດ້ເພີ່ມຂຶ້ນຢ່າງເຫັນໄດ້ຈະແຈ້ງກວ່າໄລຍະຜ່ານມາ.
ສະພາບການຄຸ້ມຄອງຜ່ານມາແມ່ນມີບັນດານິຕິກຳ ແລະ ໂຄງປະກອບການຈັດຕັ້ງທີ່ເຄື່ອນໄຫວວຽກງານຕິດພັນທີ່ມີລັກສະນະຄົບຖ້ວນສົມຄວນ ສາມາດຍາດໄດ້ຜົນສໍາເລັດດ້ວຍບາດກ້າວທີ່ໜັກແໜ້ນ ທັນສະໄໝກໍ່ຍ້ອນໄດ້ຮັບການຊີ້ນຳ-ນຳພາຢ່າງໃກ້ຊິດຈາກຂັ້ນເທິງ ເຮັດໃຫ້ການເຄື່ອນໄຫວວຽກງານຂອງ ກົມຄລຊມີຄວາມຄ່ອງຕົວຂຶ້ນເທື່ອລະກ້າວ, ມີການແບ່ງຄວາມຄວາມຮັບຜິດຊອບກັບບັນດາກົມພາຍໃນ ທຫລ ກ່ຽວກັບການຄຸ້ມຄອງວຽກງານການຊຳລະ,ມີການຄົ້ນຄວ້າ ແລະ ອອກນິຕິກຳລຸ່ມກົດໝາຍທີ່ກ່ຽວຂ້ອງ ເພື່ອເປັນບ່ອນອີງໃນການຄຸ້ມຄອງຜູ້ມີິສ່ວນຮ່ວມໃນລະບົບການຊຳລະ (ຜູ້ຄວບຄຸມລະບົບ, ຜູ້ໃຫ້ບໍລິການຊຳລະ ແລະ ຜູ້ໃຊ້ບໍລິການ)ເຮັດໃຫ້ການບໍລິການຊຳລະແກ່ສັງຄົມມີຄວາມກ້າວໜ້າຂຶ້ນເລື້ອຍໆ,ນອກນັ້ນ ຂອດການປະສານສົມທົບກັບພາກສ່ວນພາຍນອກທີ່ກ່ຽວຂ້ອງດ້ານວຽກງານການຊຳລະທັງພາກລັດ ແລະ ເອກະຊົນ, ພ້ອມດຽວກັນ ກໍ່ມີຂໍ້ຈຳກັດ ແລະ ສິ່ງທ້າທ້າຍຈໍານວນໜຶ່ງທີ່ຈະໄດ້ຮັບການແກ້ໄຂໃນຕໍ່ໜ້າ.
ທ່ານຫົວໜ້າກົມຄລຊ ໄດ້ຢືນຢັນທິດທາງ ແລະ ນະໂຍບາຍການຄຸ້ມຄອງລະບົບການຊໍາລະໃນຕໍ່ໜ້າ ແນໃສ່ການຫັນໄປສູ່ Digital Economy ເທື່ອລະກ້າວດ້ວຍການສ້າງຍຸດທະສາດແຫ່ງຊາດວ່າດ້ວຍລະບົບການຊຳລະ ເພື່ອເປັນບ່ອນອີງໃຫ້ແກ່ການພັດທະນາລະບົບການຊຳລະໃຫ້ລວມສູນໂດຍການມີສ່ວນຮ່ວມຂອງບັນດາກະຊວງທີ່ກ່ຽວຂ້ອງ ເຮັດໃຫ້ການເກັບລາຍຮັບແລະຄຸ້ມຄອງລາຍຈ່າຍງົບປະມານຫັນໄປສູ່ການຊຳລະດິຈີຕ໋ອລມີປະສິດທິຜົນ ເພື່ອຫຼຸດຜ່ອນຈົນກ້າວໄປເຖິງລົບລ້າງການຮົ່ວໄຫຼຂອງການເກັບລາຍຮັບງົບປະມານ;ສະໜັບສະໜູນການຮັກສາສະຖຽນລະພາບເງິນຕາ, ຄວາມໝັ້ນຄົງຂອງສະຖາບັນການເງິນແລະ ລະບົບການຊຳລະໃຫ້ມີຄວາມໝັ້ນຄົງ, ປອດໄພ, ທັນສະໄໝ, ມີປະສິດທິຜົນ ແລະມີທາງເລືອກໃນການຊໍາລະທີ່ຫຼາກຫຼາຍທັງພາຍໃນແລະຂ້າມແດນ; ຊຸກຍູ້ການຄ້າແບບເອເລັກໂຕນິກ(E-Commerce)ພາຍໃນປະເທດແລະຂ້າມແດນພ້ອມທັງສົ່ງເສີມທຸລະກິດSME. ສົ່ງເສີມການເຂົ້າເຖິງການບໍລິການທາງການເງິນຜ່ານເຕັກໂນໂລຊີທາງການເງິນ(FinTech).ມີລະບົບຖານຂໍ້ມູນທີ່ສາມາດນຳໃຊ້ຮ່ວມກັນລະຫວ່າງພາກລັດ ແລະ ພາກເອກະຊົນ; ມີກົນໄກການປະສານງານກັນລະຫວ່າງພາກລັດ, ພາກເອກະຊົນເຮັດໃຫ້ລະບົບນິເວດການຊຳລະດິຈິຕ໋ອລ ມີຄວາມສົມບູນ.
ທາງດ້ານພື້ນຖານໂຄງລ່າງທາງດ້ານເຕັກໂນໂລຊີຮັບປະກັນມີລະບົບການຊຳລະທີ່ຄົບຖ້ວນ, ໄດ້ມາດຕະຖານ, ສາມາດເຊື່ອມໃຊ້ຮ່ວມກັນ ເປັນຕົ້ນພັດທະນາລະບົບການຊຳລະແຫ່ງຊາດໃຫ້ລວມສູນເພື່ອຮອງຮັບທຸກທຸລະກຳທີ່ຮັບປະກັນທາງດ້ານເວລາແລະປະລິມານສາມາດເຊື່ອມໃຊ້ຮ່ວມກັນໃນປະເທດ, ພາກພື້ນ ແລະ ສາກົນ (Interoperable); ຊຸກຍູ້ໃຫ້LAPNetກາຍເປັນພື້ນຖານໂຄງລ່າງລະບົບການຊຳລະທຸລະກຳຍ່ອຍຂອງປະເທດ; ຊຸກຍູ້ສົ່ງເສີມການນໍາໃຊ້ນະວັດຕະກໍາ, ຄົ້ນຄວ້າອອກອະນຸຍາດໃຫ້ມີຜູ້ໃຫ້ບໍລິການຊໍາລະທີ່ຫຼາກຫຼາຍເພື່ອຮັບປະກັນຜູ້ໃຊ້ບໍລິການຊຳລະ (End User) ໃຫ້ມີທາງເລືອກໃນການໃຊ້ບໍລິການທີ່ຫຼາກຫຼາຍ.
ທາງດ້ານການຄຸ້ມຄອງ, ຕິດຕາມ, ກວດກາແມ່ນຮັບປະກັນໃຫ້ມີຜູ້ຄຸ້ມຄອງທີ່ມີຄວາມຊ່ຽວຊານ, ມີນິຕິກຳເປັນລະບົບ-ຄົບຊຸດເປັນຕົ້ນສ້າງຄວາມສາມາດໃຫ້ແກ່ບຸກຄະລາກອນທີ່ເຮັດໜ້າທີ່ໃນການຄຸ້ມຄອງ, ຕິດຕາມກວດກາລະບົບການຊຳລະ ແລະ ຜູ້ໃຫ້ບໍລິການຊຳລະ; ຄົ້ນຄວ້າສ້າງກອບການຄຸ້ມຄອງ(Supervisory Framework) ທີ່ສອດຄ່ອງກັບພາກພື້ນແລະສາກົນລວມທັງບັນດາລະບຽບການ, ບົດແນະນຳ ແລະ ຄູ່ມືໃນການຕິດຕາມ, ກວດກາຜູ້ຄວບຄຸມລະບົບການຊຳລະທີ່ສຳຄັນ, ຜູ້ຄວບຄຸມລະບົບການຊຳລະຍ່ອຍ ແລະ ຜູ້ໃຫ້ບໍລິການຊຳລະທີ່ໄດ້ຮັບອະນຸຍາດຈາກ ທຫລ ແລະ ດ້ານກົນໄກຕ້ານ, ປ້ອງກັນ ແລະ ສະກັດກັ້ນປະກົດການຫຍໍ້ທໍ້ກ່ຽວກັບລະບົບການຊໍາລະແມ່ນຕິດຕາມການໂຄສະນາ, ລັກລອບໃຫ້ບໍລິການຊຳລະແບບບໍ່ຖືກກົດໝາຍ, ລວມທັງການແອບອ້າງຊື່ທະນາຄານທຸລະກິດໃນການເຮັດທຸລະກໍາທີ່ບໍ່ໄດ້ຮັບອະນຸຍາດ ເຊັ່ນ:ຊື້-ຂາຍເງິນຄຣິບໂຕ;ເອົາໃຈໃສ່ຄວາມປອດໄພທາງຄອມພິວເຕີ (Cyber Security) ແລະ ສະກັດກັ້ນຜູ້ໃຫ້ບໍລິການຊໍາລະທີ່ບໍ່ໄດ້ຮັບອະນຸຍາດເຊັ່ນ: ການໂອນເງິນຂ້າມແດນແບບຜິດກົດໝາຍ.
ໃນປະຈຸບັນ; ການແຜ່ລະບາດຂອງພະຍາດ Covid19, ຂະແໜງທະນາຄານກໍ່ຕ້ອງປັບຕົວໃຫ້ເຂົ້າກັບການໃຊ້ຊີວິດແບບໃໝ່ (New Normal). ສະນັ້ນ, ການຊໍາລະທາງເອເລັກໂຕຣນິກ ຫຼື ການຊໍາລະແບບດິຈີຕ໋ອລ ເປັນຫົວໃຈສໍາຄັນໃນການປັບຕົວ ແລະ ສະໜັບສະໜູນແຜນການສ້າງເສດຖະກິດດິຈີຕ໋ອລຂອງລັດຖະບານ. ດັ່ງນັ້ນ, ເພື່ອບັນລຸບັນດາທິດທາງນະໂຍບາຍໃນການຄຸ້ມຄອງລະບົບການຊຳລະທີ່ກ່າວມານັ້ນ; ທ່ານຫົວໜ້າກົມຄລຊສະເໜີໃຫ້ຜູ້ຄຸ້ມຄອງເລັ່ງທວງການກໍ່ສ້າງ ແລະ ປະກອບພະນັກງານໃຫ້ຄົບຖ້ວນພຽງພໍກັບຄວາມຕ້ອງການຕົວຈິງຂອງວຽກງານ ເພື່ອປະຕິບັດໜ້າທີ່ໃນການຄຸ້ມຄອງຕິດຕາມ, ລົງກວດກາຕົວຈິງໃນການຄຸ້ມຄອງລະບົບການຊຳລະໃຫ້ນັບມື້ນັບເຂັ້້ມແຂງ.ສຳລັບຜູ້ຄວບຄຸມລະບົບ ແລະຜູ້ໃຫ້ບໍລິການຊຳລະ ໂດຍສະເພາະLAPNetແລະ ບັນດາທະນາຄານທຸລະກິດສະເໜີໃຫ້ຄົ້ນຄວ້າພັດທະນາການນຳໃຊ້ລະບົບຮ່ວມກັນ ເພື່ອປະຢັດຕົ້ນທຶນໃນການສ້າງພື້ນຖານໂຄງລ່າງ ແລະ ຫັນມາແຂ່ງຂັນກັນໃຫ້ບໍລິການແທນຕອບສະໜອງຄວາມຕ້ອງການຂອງສັງຄົມກໍ່ຄືການຊຳລະຂອງພາກລັດ, ເອກະຊົນ, ການຄ້າເອເລັກໂຕຣນິກ,ທຸລະກິດSME.ສຳລັບພາກລັດສະເໜີຮ່ວມກັນປຶກສາຫາລືເພື່ອກໍານົດພາລະບົດບາດຂອງຕົນເອງຕໍ່ວຽກງານລະບົບການຊຳລະໃຫ້ຈະແຈ້ງວ່າພາກສ່ວນໃດຮັບຜິດຊອບຫຍັງໃນຂອບເຂດໃດ. ພ້ອມທັງຈະຕ້ອງໄດ້ສ້າງກົນໄກການປະສານງານ ແລະ ແລກປ່ຽນຂໍ້ມູນຂ່າວສານກັນຢ່າງເປັນປົກກະຕິ.
Medialaos MMD (ແຫຼ່ງຂໍ້ມູນຈາກ: ຣັດສະໝີ ດວງສັດຈະ)