ລັດຖະບານ ຈະສຸມໃສ່ຄົ້ນຄວ້າ ແລະ ຂຸດຄົ້ນແຫຼ່ງລາຍຮັບທີ່ຍັງບົ່ມຊ້ອນ ເພື່ອທົດແທນແຫຼ່ງລາຍຮັບທີ່ສູນເສຍໄປ ສືບຕໍ່ເລັ່ງຂະຫຍາຍການຄຸ້ມຄອງຈັດເກັບລາຍຮັບ ຜ່ານລະບົບຄຸ້ມຄອງທີ່ທັນສະໄໝໃຫ້ກວ້າງຂວາງກວ່າເກົ່າ ເພື່ອຍົກສູງປະສິດທິພາບໃນການຈັດເກັບ ທັງເປັນການສ້າງສິ່ງອໍານວຍຄວາມສະດວກໃຫ້ແກ່ຜູ້ປະກອບການ ມອບພັນທະໃຫ້ຫຼາຍຂຶ້ນ.

ໃນວາລະການດຳເນີນກອງປະຊຸມສະໄໝສາມັນ ເທື່ອທີ 9 ຂອງສະພາແຫ່ງຊາດ ຊຸດທີ VIII ໃນຄັ້ງວັນທີ 25 ມິຖຸນາ 2020, ທ່ານ ສົມດີ ດວງດີ ຮອງນາຍົກລັດຖະມົນຕີ, ລັດຖະມົນຕີກະຊວງການເງິນ ໄດ້ຂຶ້ນຊີ້ແຈງກ່ຽວກັບນະໂຍບາຍ, ມາດຕະການໃນການເພີ່ມທະວີການຈັດເກັບລາຍຮັບ ໄປພ້ອມກັບການຈໍາກັດ ແລະ ປະຢັດລາຍຈ່າຍ ແລະ ລະດົມທຶນຈາກພາຍໃນ ແລະ ຕ່າງປະເທດ ເພື່ອມາດຸນດ່ຽງງົບປະມານ ແລະ ການປະຕິບັດພັນທະຊໍາລະໜີ້ເງິນກູ້ຢືມພາຍໃນ ແລະ ຕ່າງປະເທດໃນສະພາບປັດຈຸບັນ ທີ່ງົບປະມານແຫ່ງລັດມີຄວາມຫຍຸ້ງຍາກ.

ທ່ານ ສົມດີ ດວງດີ ກ່າວວ່າ: ໃນສະພາບປັດຈຸບັນທີ່ງົບປະມານແຫ່ງລັດມີຄວາມຫຍຸ້ງຍາກ ເຊິ່ງກະຊວງການເງິນໄດ້ມີບາງນະໂຍບາຍ ແລະ ມາດຕະການ ທາງດ້ານການເງິນ – ງົບປະມານ ໃນ 6 ເດືອນທ້າຍ ປີ 2020 ໃນນີ້, ນະໂຍບາຍ ແລະ ມາດຕະການໃນການເພີ່ມທະວີການຈັດເກັບລາຍຮັບ ມີດັ່ງນີ້:

ສືບຕໍ່ເຮັດວຽກງານແນວຄິດການເມືອງຄະນະພັກ – ຄະນະນໍາ, ຕໍ່ສະມາຊິກພັກ – ພັກງານຫຼັກແຫຼ່ງ ແລະ ພະນັກງານທຸກຂັ້ນຂອງຂະແໜງການເງິນທັງສູນກາງ ແລະ ທ້ອງຖິ່ນໃຫ້ມີ ຄວາມຮັບຜິດຊອບສູງຕໍ່ໜ້າທີ່ການເມືອງທີ່ໄດ້ຮັບມອບໝາຍ, ຖືຜົນປະໂຫຍດສ່ວນລວມຂອງປະເທດຊາດເປັນຫຼັກ, ມີຈັນຍາບັນໃນການປະຕິບັດວຽກງານ, ເຄົາລົບ ແລະ ປະຕິບັດກົດໝາຍວ່າດ້ວຍລັດຖະກອນ, ບັນດາຂໍ້ຫ້າມ, ວິໄນຂະແໜງການເງິນຢ່າງເຂັ້ມງວດ, ດໍາເນີນການປັບປຸງກົງຈັກການຈັດຕັ້ງຂອງບາງກົມ ເພື່ອໃຫ້ສົມຄູ່ກັບຄວາມຮຽກຮ້ອງຕ້ອງການຂອງວຽກງານໃນໄລຍະໃໝ່, ໄປຄຽງຄູ່ກັບການປະເມີນຜົນພະນັກງານ – ລັດຖະກອນຕາມຜົນງານ ແລະ ຜົນສໍາເລັດຕໍ່ວຽກງານທີ່ໄດ້ຮັບມອບໝາຍ.

ສຸມໃສ່ຄົ້ນຄວ້າ ແລະ ຂຸດຄົ້ນແຫຼ່ງລາຍຮັບທີ່ຍັງບົ່ມຊ້ອນ ເພື່ອທົດແທນແຫຼ່ງລາຍຮັບທີ່ສູນເສຍໄປ ສືບຕໍ່ເລັ່ງຂະຫຍາຍການຄຸ້ມຄອງຈັດເກັບລາຍຮັບ ຜ່ານລະບົບຄຸ້ມຄອງທີ່ທັນສະໄໝໃຫ້ກວ້າງຂວາງ ກວ່າເກົ່າ ເພື່ອຍົກສູງປະສິດທິພາບໃນການຈັດເກັບ ແລະ ທັງເປັນການສ້າງສິ່ງອໍານວຍ ຄວາມສະດວກໃຫ້ແກ່ຜູ້ປະກອບການໃນການມອບພັນທະໃຫ້ຫຼາຍຂຶ້ນ. ພ້ອມນັ້ນ, ຕ້ອງໄດ້ເອົາໃຈໃສ່ຄຸ້ມຄອງຖານລາຍຮັບທີ່ມີແລ້ວ ໂດຍສຸມໃສ່ຫົວໜ່ວຍທຸລະກິດທີ່ສາມາດສ້າງລາຍຮັບໄດ້ດີ ແລະ ບໍ່ໄດ້ຮັບຜົນກະທົບຈາກການແຜ່ລະບາດຂອງພະຍາດໂຄວິດ – 19 ໃນໄລຍະດໍາເນີນມາດຕະການ ຕາມຄໍາສັ່ງຂອງນາຍົກລັດຖະມົນຕີ ສະບັບເລກທີ 06/ນຍ ເພື່ອໃຫ້ມອບລາຍຮັບເຂົ້າງົບປະມານຢ່າງຄົບຖ້ວນ ໄປຄຽງຄູ່ກັບການຂະຫຍາຍຖານລາຍຮັບໃໝ່ໃຫ້ກວ້າງອອກ, ພ້ອມທັງສັງລວມຄືນຜົນກະທົບຕໍ່ລາຍຮັບຕົວຈິງ ແລະ ຕີລາຄາຜົນການນໍາໃຊ້ມາດຕະການດ້ານລາຍຮັບຜ່ານມາ ໂດຍສ່ອງແສງໃຫ້ເຫັນຄວາມຄືບໜ້າຂອງການຂະຫຍາຍລະບົບຄຸ້ມຄອງດັ່ງກ່າວ ແລະ ປະສິດທິພາບຂອງການຫັນເປັນທັນສະໄໝ ທີ່ສາມາດຍູ້ດັນ ການເກັບລາຍຮັບ ເພື່ອຮັບຮອງລາຍຈ່າຍພື້ນຖານທີ່ສໍາຄັນ; ສືບຕໍ່ປະສານສົມທົບກັບພາກສ່ວນທີ່ກ່ຽວຂ້ອງ ເພື່ອຄົ້ນຄວ້າປັບປຸງລັດຖະບັນຍັດຂອງປະທານປະເທດ ເລກທີ 03/ປປທ ວ່າດ້ວຍອັດຕາການເກັບຄ່າທໍານຽມ ແລະ ຄ່າບໍລິການ ເພື່ອເປັນພື້ນຖານທ່າແຮງໃນການຈັດເກັບລາຍຮັບ; ສືບຕໍ່ຊຸກຍູ້ໃຫ້ຜູ້ເສຍອາກອນແຈ້ງ – ມອບອາກອນດ້ວຍຕົນເອງຜ່ານລະບົບເອເລັກໂຕຣນິກ ແລະ ຜ່ານເວັບໄຊຫຼາຍຂຶ້ນ ແລະ ຂະຫຍາຍຖານລາຍຮັບດ້ວຍການຫັນບັນດາຫົວໜ່ວຍທຸລະກິດເຂົ້າສູ່ລະບົບອາກອນມູນຄ່າເພີ່ມໃຫ້ຖືກຕ້ອງ ແລະ ໂປ່ງໃສ ໂດຍເລີ່ມຈາກນະຄອນຫຼວງ ວຽງຈັນ ແລະ ບັນດາແຂວງ ໃຫຍ່ທີ່ມີເງື່ອນໄຂ.

ສືບຕໍ່ສຸມໃສ່ຄຸ້ມຄອງເກັບອາກອນປະເພດຕ່າງໆ ເປັນຕົ້ນ: ອາກອນມູນຄ່າເພີ່ມ ແລະ ອາກອນຊົມໃຊ້ຈາກການສະໜອງບໍລິການຊົມໃຊ້ໄຟຟ້າ, ໂທລະສັບ, ອິນເຕີເນັດ ແລະ ຢາສູບ; ເພີ່ມທະວີການຄຸ້ມຄອງຈັດເກັບລາຍຮັບຈາກຖານໃໝ່ ເປັນຕົ້ນໂຮງງານຊີມັງ ແຂວງຫຼວງພະບາງ ແລະ ແຂວງອຸດົມໄຊ, ໂຄງການທາງດ່ວນວຽງຈັນ – ວັງວຽງ ແລະ ໂຄງການຂະໜາດໃຫຍ່ອື່ນຂອງລັດ, ພ້ອມທັງອາກອນລາຍໄດ້ຈາກການຖືກລາງວັນຫວຍພັດທະນາ, ເກັບອາກອນຈາກຜະລິດຕະພັນເບຍທີ່ໃຫ້ລ້າ ແລະ ແຈກແຖມໃຫ້ແກ່ລູກຄ້າ.

ປັບປຸງແບບແຜນການເຄື່ອນໄຫວວິສາຫະກິດລັດລົງທຶນທີ່ມີປະສິດທິຜົນຕໍ່າ, ປັບປຸງໂຄງສ້າງທຶນ ແລະ ການບໍລິຫານ ເຮັດໃຫ້ວິສາຫະກິດລັດລົງທຶນມີປະສິດທິຜົນກວ່າເກົ່າ; ສືບຕໍ່ກໍານົດຖານຂໍ້ມູນລາຄາແຈ້ງພາສີຂອງສິນຄ້າທີ່ມີຄວາມສ່ຽງ ເພື່ອໃຫ້ນໍາໃຊ້ເປັນເອກະພາບໃນຂອບເຂດທົ່ວປະເທດ ໂດຍນໍາໃຊ້ເຄື່ອງມືໃນການຄຸ້ມຄອງ ແລະ ກວດສອບລາຄາແຈ້ງພາສີ, ພ້ອມທັງເພີ່ມທະວີວຽກງານກວດສອບຄືນການແຈ້ງພາສີ ໂດຍສຸມໃສ່ບັນດາບໍລິສັດ ແລະ ໝວດສິນຄ້າທີ່ມີຄວາມສ່ຽງໃນການລັກລອບ ໂດຍສະເພາະນໍ້າມັນເຊື້ອໄຟ, ສິນຄ້າອຸປະໂພກ – ບໍລິໂພກ ແລະ ເຄື່ອງໃຊ້ໄຟຟ້າ; ສືບຕໍ່ຫັນເອົາຫົວໜ່ວຍທຸລະກິດທີ່ມີລາຍຮັບເກີນ 400 ລ້ານກີບ ແຕ່ຍັງບໍ່ທັນໄດ້ເຂົ້າໃນລະບົບອາກອນມູນຄ່າເພີ່ມ ເພື່ອເປັນເປົ້າໝາຍຂະຫຍາຍຖານການເກັບອາກອນມູນຄ່າເພີ່ມໃນທ້າຍປີຕ້ອງບັນລຸໃຫ້ໄດ້ 10% ຕາມເປົ້າໝາຍຂະຫຍາຍອາກອນມູນຄ່າເພີ່ມ ( VAT ) ໂດຍຈະໄດ້ສົມທົບແໜ້ນກັບຂະແໜງການກ່ຽວຂ້ອງດໍາເນີນມາດຕະການທີ່ຈໍາເປັນ. ພ້ອມກັນນັ້ນ, ກໍຈະໄດ້ຄົ້ນຄວ້າໃຫ້ພາກເອກະຊົນມີສ່ວນຮ່ວມໃນການຂະຫຍາຍຖານລາຍຮັບອາກອນມູນຄ່າເພີ່ມ.

ສືບຕໍ່ປະຕິບັດການນໍາເອົາລາຍຮັບຈາກຊັບສິນ ແລະ ການຂາຍເຄື່ອງຮີບທີ່ສານຕັດສິນເປັນຂອງລັດໃຫ້ຄົບຖ້ວນ ແລະ ຖືກຕ້ອງຕາມກົດໝາຍ; ຄຸ້ມຄອງ ແລະ ຕິດຕາມການເຄື່ອນໄຫວຂອງສະພາບໍລິຫານ ແລະ ຄະນະອໍານວຍການຂອງບັນດາວິສາຫະກິດລັດລົງທຶນຢ່າງໃກ້ຊິດ ເພື່ອຊຸກຍູ້ການປະຕິບັດໜ້າທີ່ຂອງເຂົາເຈົ້າໃຫ້ມີປະສິດທິພາບ ແລະ ສອດຄ່ອງກັບລະບຽບກົດໝາຍ; ເລັ່ງທວງບັນດາໜີ້ຄ້າງມອບຂອງບັນດາວິສາຫະກິດລັດລົງທຶນຕ່າງໆ.

ຄົ້ນຄວ້າ ແລະ ດໍາເນີນການປັບປຸງວິສາຫະກິດຂອງລັດລົງທຶນທີ່ມີປະສິດທິພາບຕໍ່າ ໃຫ້ມີປະສິດທິຜົນດີຂຶ້ນກວ່າເກົ່າ, ສືບຕໍ່ປະສານສົມທົບກັບຂະແໜງການ ແລະ ທ້ອງຖິ່ນຄົ້ນຄວ້າກົນໄກ, ມີມາດຕະການຕໍ່ກັບການແກ້ໄຂຜົນການກວດສອບ ໂດຍສະເພາະແມ່ນລາຍຮັບ – ລາຍຈ່າຍ ທີ່ຍັງບໍ່ທັນສາມາດລວມສູນເຂົ້າງົບປະມານໄດ້ຢ່າງຄົບຖ້ວນໃຫ້ມີທ່າອ່ຽງທີ່ຫຼຸດລົງ ພ້ອມທັງກໍານົດພາກສ່ວນຮັບຜິດຊອບໃນການແກ້ໄຂຜົນການກວດຢ່າງຈະແຈ້ງ ເພື່ອແກ້ໄຂບັນຫາດັ່ງກ່າວ.

ທີ່ມາ: ໜັງສືພິມເສດຖະກິດ-ການຄ້າ