ກ່ອນຫນ້ານີ້ມີຄົນຢ້ານ ຫຼື ກັງວົນກ່ຽວກັບ FaceApp ແຕ່ຖ້າຈະຢ້ານ ຫຼື ກັງວົນ ຄິດວ່າທ່ານຄວນຈະຢ້ານ ຫຼື ກັງວົນໃນເຟສບຸກດີກ່ວາບໍ່? ເຟສບຸກແມ່ນຟຼີ (ບໍ່ເສຍຄ່າ) ແຕ່ພວກເຮົາຄວນອ່ານເງື່ອນໄຂກຳນົດການນຳໃຊ້.ແຕ່ມື້ນີ້ຈະມາບອກທ່ານວ່າໃນເຟສບຸກກໍ່ຄ້າຍຄືການຄົ້ນຫາຂໍ້ມູນຊັ້ນດີເປັນບ່ອນທີ່ເກັບຂໍ້ມູນທີ່ດີທີ່ສຸດໃນໂລກ ດັ່ງນັ້ນຄົນສ່ວນຫຼາຍມັກຄົ້ນຫາຂໍ້ມູນໃນ Facebook ເພື່ອໄປນຳໃຊ້ 10 ສາ ລະສຳຄັນຈາກເງື່ອນໄຂກຳນົດການນຳໃຊ້ Facebook ທີ່ທ່ານຄວນຮູ້ເຮົາມາເບີ່ງນຳກັນເລີຍ
ໂອ້! ແລ້ວເປັນຫຍັງຕ້ອງແຄ? ເນື່ອງຈາກວ່າຂໍ້ມູນໃນລະບົບຍັງບໍ່ໄດ້ຫາຍໄປ ຮ່ອງຮອຍຂໍ້ມູນທີ່ຖືກບັນທຶກໃນລະບົບເກັບໄວ້ເປັນເວລາຫຼາຍທົດສະວັດ ເພື່ອສ້າງຜົນປະໂຫຍດໃນທຸກໆ ອຸດສາຫະ ກຳ ແລະ ຂໍ້ມູນສາມາດປ່ຽນແປງໃນທາງບໍ່ດີຕະຫຼອດເວລາ ດັ່ງນັ້ນພວກເຮົາຕ້ອງຮູ້ ແລະ ຕິດ ຕາມສື່ມວນຊົນຢ່າປ່ອຍໃຫ້ຜູ້ໃດຜູ້ໜຶ່ງຫຼອກລວງຂໍ້ມູນໄປແບບຟີໆ ຫຼື ໂດຍບໍ່ເສຍຄ່າ.
- ເຟສບຸກບໍ່ຄິດຄ່າທຳນຽມ ດັ່ງນັ້ນຜູ້ໃຊ້ຕ້ອງເຫັນດີກັບເຟສບຸກ ເພື່ອສະແດງໂຄສະນາຈາກທຸລະກິດຕ່າງໆ ແລະ ອົງການທີ່ຈ່າຍເງິນ ສຳລັບການສົ່ງເສີມເຟສບຸກທັງໃນ ແລະ ນອກຜະລິດຕະພັນເຄືອຂ່າຍໂດຍ Facebook ແມ່ນອີງໃສ່ຂໍ້ມູນສ່ວນຕົວຂອງຜູ້ໃຊ້ເຊັ່ນກັນເປັນຕົ້ນແມ່ນກິດຈະກຳ ແລະ ຄວາມສົນໃຈຂອງຜູ້ໃຊ້.
- ການປົກປ້ອງຄວາມເປັນສ່ວນຕົວຂອງຜູ້ໃຊ້ແມ່ນຈຸດໃຈກາງຫຼັກການອອກແບບໂຄສະນາໃນເຟສບຸກ ເຟສບຸກຈະບໍ່ຂາຍຂໍ້ມູນສ່ວນຕົວຂອງຜູ້ໃຊ້ໃຫ້ຜູ້ລົງໂຄສະນາ ແລະ ບໍ່ແບ່ງປັນຂໍ້ມູນທີ່ສາມາດລະບຸຕົວຕົນຂອງທ່ານໂດຍກົງ ເຊັ່ນ: ຊື່ ແລະ ນາມສະກຸນ, ອີເມວ ຫຼື ຂໍ້ມູນຕິດຕໍ່ອື່ນໆ ໃຫ້ກັບຜູ້ໂຄສະນາ ຍົກເວັ້ນແຕ່ວ່າທ່ານຈະອະນຸຍາດໃຫ້ສະເພາະກັບເຟສບຸກ.
- ຫຼັງຈາກ Facebook ໂຄສະນາໃຫ້ລູກຄ້າກຸ່ມເປົ້າໝາຍ ເຟສບຸກຈະລາຍງານຜົນຂອງການໂຄສະ ນາໃຫ້ກັບລູກຄ້າ ເພື່ອໃຫ້ລູກຄ້າມີຄວາມເຂົ້າໃຈກ່ຽວກັບກຸ່ມເປົ້າໝາຍ ໂດຍມີຂໍ້ ມູນດ້ານປະຊາ ກອນ, ຂໍ້ມູນຄວາມສົນໃຈ ແລະ ວິທີທີ່ຜູ້ໃຊ້ພົວພັນກັບເນື້ອໃນການໂຄສະ ນາ ແຕ່ຈະບໍ່ແບ່ງປັນຂໍ້ມູນທີ່ລະບຸຕົວຕົນທ່ານໄດ້ ຍົກເວັ້ນແຕ່ວ່າທ່ານຈະອະນຸຍາດສະ ເພາະໃຫ້ກັບເຟສບຸກ.
- ບາງເນື້ອໃນທີ່ຜູ້ໃຊ້ໄດ້ແບ່ງປັນ ຫຼື ອັບໂຫຼດເຂົ້າໃນລະບົບບໍ່ວ່າຈະເປັນຮູບພາບ, ວີດີໂອ, ຂໍ້ຄວາມ, ສິດຄວາມເປັນເຈົ້າຂອງສັບສິນປັນຍາຂອງຜູ້ໃຊ້ແຕ່ຜູ້ໃຊ້ຕ້ອງໃຫ້ສິດທິທາງກົດໝາຍທາງ Facebook ເພື່ອໃຫ້ Facebook ໄປນຳໃຊ້ເນື້ອໃນຂອງພວກເຂົາໄດ້ເຊັ່ນກັນ ແຕ່ຖ້າແບ່ງປັນ ຫຼື ອັບໂຫຼດເນື້ອໃນທີ່ກ່ຽວຂ້ອງ ຫຼື ເຮັດໂດຍເຟສບຸກ ທ່ານຈະມີສິດທິພິເສດສະເພາະ ແລະ ເຟສບຸກສາມາດໂອນໄດ້ໂດຍບໍ່ຕ້ອງເສຍຄ່າທຳນຽມໃນການນຳໃຊ້, ແຈກຢາຍ, ປ່ຽນແປງ, ສະແດງ, ກ໊ອບປີ້ ຫຼື ສະເໜີຕໍ່ສາທາລະນະ, ແປ ແລະ ສ້າງຜົນງານທີ່ມາຈາກເນື້ອໃນຂອງຜູ້ໃຊ້ເຊັ່ນກັນ.
- ເນື້ອໃນຂອງຜູ້ໃຊ້ຍັງຖືກເກັບຢູ່ໃນລະບົບຂອງເຟສບຸກໃນເວລາທີ່ຈຳເປັນ ເຊິ່ງມັນແຕກ ຕ່າງກັນໃນແຕ່ລະກໍລະນີ, ຂໍ້ຈຳກັດທາງດ້ານເຕັກນິກເຊັ່ນວ່າ: ເນື້ອໃນຂອງຜູ້ໃຊ້ຖືກລຶບອອກພາຍໃນໄລຍະເວລາບໍ່ເກີນ 90 ວັນຫຼັງຈາກຜູ້ໃຊ້ໄດ້ລຶບເນື້ອໃນດັ່ງກ່າວອອກມາຈາກການເຜີຍແຜ່ສາທາລະນະ ຫຼື ມີຜູ້ອື່ນໄດ້ເອົາເນື້ອໃນໄປແບ່ງປັນໂດຍບໍ່ໄດ້ຮັບການອະນຸ ຍາດ ແລະ ຖ້າຍັງບໍ່ລຶບອອກ ຫຼື ດ້ວຍບັນຫາການສືບສວນກ່ຽວກັບກິດຈະກຳທີ່ຜິດກົດ ໝາຍ, ການເກັບກຳຂໍ້ມູນຫຼັກຖານປະຕິບັດຕາມຄຳຮຽກຮ້ອງຂອງເຈົ້າໜ້າທີ່ລັດຖະບານ.
- ເຟສບຸກຈະປ່ອຍຜະລິດຕະພັນຕາມສະພາບການໂດຍບໍ່ຮັບປະກັນວ່າຜະລິດຕະພັນຈະປອດໄພ, ໝັ້ນຄົງ ຫຼື ບໍ່ມີຂໍ້ຜິດພາດ ຫຼື ບໍ່? ເຟສບຸກຈະປະຕິເສດຄວາມຮັບຜິດຊອບທັງ ໝົດ ສຳລັບການຮັບປະກັນ ແລະ ຈະບໍ່ຮັບຜິດຊອບຕໍ່ການກະທຳທາງອິນເຕີເນັດ ຫຼື ອອບໄລນ໌ຂອງຄົນ ຫຼື ເນື້ອໃນທີ່ໄດ້ຖືກແບ່ງປັນບໍ່ວ່າຈະເປັນເນື້ອໃນທີ່ບໍ່ເໝາະສົມ, ລາມົກ, ຜິດກົດໝາຍ ແລະ ເນື້ອໃນທີ່ໜ້າສົງໄສອື່ນໆ ແລະ ບໍ່ຮັບຜິດຊອບຕໍ່ການສູນເສຍຜົນກຳໄລລາຍໄດ້ ຫຼື ຂໍ້ມູນໃດໆ ທີ່ເກີດຂື້ນກັບທ່ານລວມທັງຄວາມເສຍຫາຍຈາກຜົນສະທ້ອນຕ່າງໆ.
- ເຟສບຸກຈະຮ່ວມຂໍ້ມູນທັງໝົດທີ່ຜູ້ໃຊ້ຕ້ອງການພົວພັນ ຕົວຢ່າງ: ເນື້ອໃນຂອງຜູ້ໃຊ້ເບິ່ງການຕອບໂຕ້, ມັກໃຊ້ກັບການພົວພັນໃນການສົນທະນາ, ລວມທັງເວລາຄວາມຖີ່ ແລະ ໄລຍະເວລາເຮັດກິດຈະກຳໃນເຟສບຸກ.
- ເຟສບຸກຈະຮ່ວມຂໍ້ມູນຂອງອຸປະກອນຕ່າງໆ ຂອງຜູ້ໃຊ້ ເຊັ່ນ: ຄອມພິວເຕີ, ໂທລະສັບສະມາດໂຟນໂທລະພາບ ແລະ ອຸປະກອນອື່ນໆ ທີ່ເຊື່ອມຕໍ່ກັບອິນເຕີເນັດ ໂດຍໃຊ້ຮ່ວມຜະ ລິດຕະພັນຂອງເຟສບຸກຢ່າງລະອຽດ.
- ເຟສບຸກຈະຮ່ວມຂໍ້ມູນຜູ້ໃຊ້ຈາກຄູ່ຮ່ວມງານເຟສບຸກເຊັ່ນ: ທຸກແອັບ ແລະ ເວັບທີ່ມີປຸ່ມເຂົ້າສູ່ລະບົບ Facebook ຈະສົ່ງກິດຈະກຳຕ່າງໆ ທີ່ຜູ້ຊົມໃຊ້ເຮັດທຸກຢ່າງໃຫ້ກັບເຟສບຸກ.
- ການແລກປ່ຽນກັບຄູ່ຮ່ວມງານຂອງບຸກຄົນທີ 3 ໃນເຟສບຸກຈະບໍ່ຂາຍຂໍ້ມູນຜູ້ໃຊ້ໃຫ້ກັບໃຜ.
ເມື່ອຮູ້ແນວນີ້ແລ້ວທ່ານຈະຮູ້ສຶກຢ້ານ ຫຼື ກັງວົນເຟສບຸກບໍ່?