ໃນວັນທີ 13 ກໍລະກົດ 2020 ສູນກາງແນວລາວສ້າງຊາດ ໄດ້ເປີດນຳໃຊ້ຫໍມູນເຊື້ອ ແນວລາວສ້າງຊາດຢ່າງເປັນທາງການ ພ້ອມເປີດນຳໃຊ້ແອັບພິເຄເຊິນ ຫລື ແອັບໃນໂທລະສັບມືຖື ຂອງແນວລາວສ້າງຊາດ ເນື່ອງໃນໂອກາດສະເຫລີມສະຫລອງ ວັນສ້າງຕັ້ງແນວລາວສ້າງຊາດ ຄົບຮອບ 70 ປີ ແລະ ວັນສຳຄັນຕ່າງໆຂອງຊາດ. ໃຫ້ກຽດເຂົ້າຮ່ວມໂດຍ ທ່ານ ໄຊສົມພອນ ພົມວິຫານ ປະທານສູນ ກາງແນວລາວສ້າງຊາດ, ມີພັນລະຍາການນຳ ພ້ອມດ້ວຍພະນັກງານຫລັກແຫລ່ງ, ພະນັກງານບຳນານ ເຂົ້າຮ່ວມ.
ທ່ານ ຈັນທະວົງ ແສນອາມາດມົນຕີ ຮອງປະທານສູນກາງ ແນວລາວສ້າງຊາດ ໄດ້ກ່າວວ່າ: ຫໍມູນເຊື້ອແນວລາວສ້າງຊາດ ເປັນຕຶກເກົ່າແກ່ທີ່ມີຮູບຊົງສວຍງາມ ສ້າງຂຶ້ນໃນປີ 1902-1904 ເຊິ່ງ ໃນອາ ດີດເຄີຍເປັນທີ່ພັກອາໄສຂອງ ຄະນະນຳໃນເມື່ອກ່ອນ. ປັດຈຸບັນໄດ້ຮັບການປັບປຸງ, ສ້ອມແປງແຕ່ຮັກສາຮູບຊົງເດີ່ມ ພາຍໃນຫໍມູນເຊື້ອດັ່ງກ່າວ, ໄດ້ນຳເອົາວັດຖຸພັນຕ່າງໆ, ຮູບພາບ ແລະ ວິດີໂອ ການເຄື່ອນໄຫວຂອງການນຳໃນເມື່ອກ່ອນມາວາງສະແດງ. ນອກຈາກນີ້, ຍັງມີຫ້ອງອ່ານ, ຫ້ອງສາຍຮູບເງົາ ແລະ ອື່ນໆ ເພື່ອເປັນບ່ອນທັດສະນະສຶກສາອົບຮົມໃຫ້ເຍົາວະຊົນ, ນັກຮຽນ-ນັກສຶກສາຕະຫລອດຮອດປະຊາຊົນລາວບັນດາເຜົ່າ ແລະ ນັກທ່ອງທ່ຽວໄດ້ຮູ້ຈັກປະຫວັດມູນເຊື້ອ ການເຕີບໃຫຍ່ຂະຫຍາຍຕົວ ແລະ ຜົນງານຂອງແນວລາວສ້າງຊາດໃນແຕ່ລະໄລຍະ ພາຍໃຕ້ການນຳພາຂອງພັກ.
ສຳລັບແອັບພິເຄເຊິນ ຫລື ແອັບໃນມືຖືຂອງແນວລາວສ້າງຊາດ ເປັນສື່ທັນສະໄໝອີກສື່ໜຶ່ງ ເພື່ອອຳນວຍຄວາມສະດວກໃຫ້ແກ່ມວນຊົນພາຍໃນ ແລະ ຕ່າງປະເທດ ສາມາດເຂົ້າເຖິງຂໍ້ມູນຂ່າວ ສານ ເປັນຕົ້ນແມ່ນ: ປະຫວັດ, ມູນເຊື້ອ ແລະ ຜົນງານຂອງແນວລາວສ້າງຊາດ ໃນແຕ່ລະໄລຍະ ຜ່ານທາງໂທລະສັບມືຖືໄດ້ ໂດຍທີ່ບໍ່ຈຳເປັນຕ້ອງເຂົ້າມາຫໍມູນເຊື້ອດັ່ງກ່າວ.
Medialaos MMD (ແຫຼ່ງຂໍ້ມູນຈາກ: ສຳນັກຂ່າວສານປະເທດລາວ)