ສະຖາບັນການທະນາຄານ (ສທຄ) ໄດ້ສຳເລັດການຝຶກອົບຮົມໄລຍະສັ້ນໃນຫົວຂໍ້:“ການວິເຄາະລາຍງານດ້ານການເງິນຂອງລູກຄ້າກ່ອນການປ່ອຍສິນເຊື່ອ”ຊຶ່ງດຳເນີນມາເປັນເວລາ 5 ວັນແລະ ສຳເລັດໃນວັນທີ31 ກໍລະກົດ 2020 ໂດຍການໃຫ້ກຽດມອບໃບຢັ້ງຢືນຈາກທ່ານ ປອ.ສັນຕິ ພົນເມືອງລາວ ຫົວໜ້າ ສທຄ ຊຶ່ງມີນັກສໍາມະນາກອນມາຈາກທະນາຄານແຫ່ງ ສປປ ລາວ (ທຫລ), ທະນາຄານສົ່ງເສີມກະສິກຳ, ທະນາຄານນະໂຍບາຍ, ທະນາຄານຮ່ວມທຸລະກິດລາວ-ຫວຽດ, ທະນາຄານບີໄອຊີລາວຈຳກັດ, ທະນາຄານໄອຊີບີຊີ, ທະນາຄານລາວ-ຝຣັ່ງ, ບໍລິສັດຫຼັກຊັບລາວ-ຈີນ, ຕະຫຼາດຫຼັກຊັບລາວ ແລະ ລັດວິສາຫະກິດນໍ້າປະປາລາວ, ລັດວິສາຫະກິດໂທລະຄົມລາວ ແລະ ກອງທຶນສົ່ງເສີມສົ່ງເສີມວິສາຫະກິດຂະໜາດນ້ອຍ ແລະ ກາງ (SME)ເຂົ້າຮ່ວມ.

ການຝຶກອົບຮົມໃນຄັ້ງນີ້ ກໍ່ເພື່ອກໍ່ສ້າງບຸກຄະລາກອນຂະແໜງການທະນາຄານ,ຂະແໜງການເງິນໃຫ້ມີຄວາມຮູ້ ແລະ ເຂົ້າໃຈກ່ຽວກັບການວິເຄາະລາຍງານທາງການເງິນຂອງລູກຄ້າກ່ອນປ່ອຍສິນເຊື່ອຢູ່ໃນ ສປປ ລາວ ແລະ ທັງເສີມສ້າງທັກສະການວິເຄາະລາຍງານການເງິນແບບມືອາຊີບ ເຮັດໃຫ້ນັກສຳມະນາກອນສາມາດນຳໄປຈັດຕັ້ງປະຕິບັດເຂົ້າໃນວຽກງານຕົວຈິງໄດ້ຢ່າງມີປະ ສິດທິຜົນສູງສຸດແລະ ການຝຶກອົບຮົມໄດ້ລົງເລິກບົດບາດ ແລະ ຄວາມສຳຄັນຂອງເອກະສານລາຍງານການເງິນທີ່ມີຜົນຕໍ່ຖານະການເງິນຂອງກິດຈະການ;ຜົນປະໂຫຍດຂອງເອກະສານລາຍງານການເງິນຕໍ່ກັບຜູ້ຊົມໃຊ້;ການເຊື່ອມໂຍງຂອງເອກະສານລາຍງານການເງິນທີ່ມີຜົນຕໍ່ກັບການຕັດສິນໃຈ ແລະ ຍຸດທະສາດຂອງການບໍລິຫານກິດຈະການ;ຄວາມເຂົ້າໃຈກ່ຽວກັບຄວາມສ່ຽງທີ່ເຊື່ອງຊ້ອນໃນເອກະສານລາຍງານການເງິນ;ຄວາມເຂົ້າໃຈໜ້າທີ່ທີ່ສຳຄັນຂອງແຕ່ລະເອກະສານລາຍງານການເງິນ (ໃບສະຫຼຸບຊັບສົມບັດ, ໃບລາຍງານທາງການເງິນ, ກະແສເງິນສົດ).
ພ້ອມນີ້; ຍັງໄດ້ຮຽນຮູ້ຫຼັກການ ແລະເຄື່ອງມືວິເຄາະລາຍງານທາງດ້ານການເງິນ;ອັດຕາສ່ວນໃຊ້ໃນເບິ່ງຄວາມສາມາດ; ການວິເຄາະທຸລະກິດເພື່ອການລົງທຶນທີ່ວັດແທກຈາກກະແສເງິນສົດ; ອັດຕາສ່ວນໃຊ້ໃນເບິ່ງຄວາມສາມາດໃນສ້າງກໍາໄລຂັ້ນຕົ້ນ;ການນຳໃຊ້ແບບຈໍາລອງ Credit scoring Model ເຂົ້າໃນການວິເຄາະທຸລະກິດຂອງລູກຄ້າກ່ອນປ່ອຍສິນເຊື່ອ; ການນໍາໃຊ້ຫຼັກການວິເຄາະລາຍງານທາງການເງິນເຂົ້າໃນການລົງທຶນໃນຮຸ້ນ ແລະ ບົດຮຽນອື່ນໆທີ່ຕິດພັນກັບຫົວຂໍ້ດັ່ງກ່າວ ຊຶ່ງພາຍຫຼັງສຳເລັດຫຼັກສູດນີ້ນັກສຳມະນາກອນຈະມີຄວາມສາມາດເຂົ້າໃຈກ່ຽວກັບພາບລວມການວິເຄາະລາຍງານການເງິນເຊັ່ນ: ຄວາມໝາຍ, ຈຸດພິເສດ, ບົດບາດ, ໜ້າທີ່ຂອງການວິເຄາະລາຍງານການເງິນໃນຂົງເຂດວິສາຫະກິດທັງພາກລັດ ແລະ ເອກະຊົນ;ສາມາດນຳເອົາບັນດາຫຼັກການ, ວິທີການ, ຍຸດທະສາດກ່ຽວກັບການວິເຄາະການເຄື່ອນໄຫວຂອງເງິນທຶນໝູນວຽນ, ວິເຄາະອັດຕາສ່ວນທາງການເງິນທີ່ສຳຄັນ ແລະ ວິເຄາະອັດຕາຜົນຕອບແທນຂອງເງິນລົງທຶນເຂົ້າໃນການພິຈາລະນາກ່ອນປ່ອຍສິນເຊື່ອສາມາດນຳເອົາບົດຮຽນຈາກການລົງມືປະຕິບັດຕົວຈິງໄປນຳໃຊ້ເຂົ້າໃນວຽກງານວິເຄາະສິນເຊື່ອ. ທ່ານຫົວໜ້າ ສທຄ ໄດ້ເນັ້ນວ່າ: ການຝຶກອົບຮົມໃນຄັ້ງນີ້ ເປັນການສ້າງຂະບວນການໃນການຮຽນຮູ້ ແລະ ເພື່ອເປັນການສ້າງຜົນງານຂໍ່ານັບຮັບຕ້ອນກອງປະຊຸມໃຫຍ່ ຄັ້ງທີ IV ຂອງອົງຄະນະພັກ (ທຫລ) ແລະ ທ່ານຫົວໜ້າ ສທຄ ຍັງຢືນຢັນວ່າ: ໃນຍຸກໂລກາວິວັດ ເຮັດໃຫ້ສະພາບແວດລອ້ມທັງພາຍໃນແລະພາຍນອກມີການຫັນປ່ຽນຢູ່ຕະຫຼອດເວລາ ຊຶ່ງຜົນກະທົບຕໍ່ການດຳເນີນທຸລະກິດຂອງທະນາຄານທີ່ມີຄວາມສະຫຼັບຊັບຊ້ອນຍິ່ງຂຶ້ນ, ພ້ອມດຽວກັນນັ້ນ ການວິເຄາະລາຍງານການເງິນກໍ່ໄດ້ເຂົ້າມາມີບົດບາດສຳຄັນຕົ້ນຕໍຕໍ່ຂະແໜງການເງິນ ຊຶ່ງສະແດງອອກໃນການດຳເນີນທຸລະກິດໃນປະຈຸບັນມີການແຂ່ງຂັນກັນຢ່າງແຂງແຮງ.
ດັ່ງນັ້ນ, ໂຄງການຝຶກອົບຮົມດັ່ງກ່າວເປັນສ່ວນປະກອບເພື່ອຮັບປະກັນຍຸດທະສາດການຫັນເປັນທັນສະໄໝຂອງ ທຫລ ແລະແຜນຍຸດທະສາດການຫັນເປັນ ສທຄ ໃຫ້ກາຍເປັນສູນແຫ່ງຄວາມເປັນເລີດທາງດ້ານການທະນາຄານໃນອະນາຄົດ.