ໃນຂະບວນວິວັດແຫ່ງການກຳເນີດ ແລະ ຂະຫຍາຍຕົວຂອງສັງຄົມມະນຸດແມ່ນເລີ່ມມີພາສາປາກເວົ້າ ແລະ ຕົວໜັງສື, ຄົນເຮົາກໍເລີ່ມມີການຕິດຕໍ່ພົວພັນສົ່ງຂ່າວທາງຈົດໝາຍ, ກ້າວຂຶ້ນມີໃບຂ່າວ, ໃບປີວ ແລະ ມີໜັງສືພິມ, ວິທະຍຸ,ໂທລະພາບຕາມລຳດັບ. ນັ້ນແມ່ນທີ່ມາຂອງການກຳເນີດສື່ມວນຊົນຂອງແຕ່ລະປະເທດ.

ສະເພາະປະເທດເຮົາ, ປະຫວັດສື່ມວນຊົນລາວຍາມໃດກໍຕິດພັນສະໜິດແໜ້ນກັບປະຫວັດສາດຂອງຊາດ, ຂອງພັກ, ຂອງການປະຕິວັດ ແລະ ຂອງປະຊາຊົນລາວບັນດາເຜົ່າ. ສະແດງອອກໃນມື້ສ້າງຕັ້ງແນວລາວອິດສະຫຼະ, ພັກເຮົາກໍໄດ້ສ້າງຕັ້ງໜັງສືພິມປະຕິວັດສະບັບທຳອິດ ແລະ ສ້າງຕັ້ງໂຮງພິມປະຕິວັດຂຶ້ນໃນວັນດຽວກັນຄືວັນທີ 13 ສິງຫາ 1950, ຊຶ່ງແມ່ນທີ່ມາຂອງວັນສື່ມວນຊົນ ແລະ ການພິມຈຳໜ່າຍ ມາຮອດປະຈຸບັນ. ສະເພາະປີນີ້, ໜຶ່ງໃນກິດຈະກຳສະເຫຼີມສະຫຼອງວັນສື່ມວນຊົນ ແລະ ການພິມຈຳໜ່າຍ ຄົບຮອບ 70 ປີແມ່ນການໂຄສະນາເຜີຍແຜ່ “ປະຫວັດສື່ມວນຊົນ ແລະ ການພິມຈຳໜ່າຍ” ໃຫ້ສັງຄົມໄດ້ຮັບຮູ້ຢ່າງກວ້າງຂວາງໃນຂອບເຂດທົ່ວປະເທດ.

ຕະຫຼອດໄລຍະແຫ່ງການນຳພາຂະບວນການຕໍ່ສູ້ປົດປ່ອຍຊາດ, ຍາດເອົາເອກະລາດແຫ່ງຊາດ ແລະ ອິດສະລະພາບມາສູ່ປະຊາຊົນ ກໍ່ຄືໄລຍະ 45 ປີແຫ່ງພາລະກິດປົກປັກຮັກສາ ແລະ ສ້າງສາລະບອບ ປະຊາທິປະໄຕ ປະຊາຊົນ, ພັກປະຊາຊົນ ປະຕິວັດລາວ ຍາມໃດກໍ່ຖືວຽກງານໂຄສະນາສຶກສາອົບຮົມ, ຂົນຂວາຍ ແລະ ຈັດຕັ້ງປະຊາຊົນເປັນວິທີປະຕິວັດອັນໜຶ່ງ, ໃນນັ້ນວຽກງານສື່ມວນຊົນ ແລະ ການພິມຈຳໜ່າຍເວົ້າລວມ, ເວົ້າສະເພາະແມ່ນໜັງສືພິມຂອງພັກ,  ສິ່ງພິມ ແລະ ສື່ຕ່າງໆ ໄດ້ກາຍເປັນອາວຸດອັນຄົມແຫຼມ ແລະ ປະກອບສ່ວນຢ່າງຕັ້ງໜ້າເຂົ້າໃນໄຊຊະນະລວມຂອງການປະຕິວັດ.

ເພື່ອປະຕິບັດຕາມແນວທາງ-ແຜນນະໂຍບາຍ “ເປີດກວ້າງຂະຫຍາຍແນວໂຮມ, ຂະຫຍາຍສົງຄາມປະຊາຊົນຢ່າງແຂງແຮງ, ໜີບຮັດກຳລັງສັດຕູ…” ພັກເຮົາໄດ້ຮຽກໂຮມຜູ້ແທນຫຼາຍກວ່າ 150 ທ່ານທີ່ຕາງໜ້າໃຫ້ກຳລັງປະກອບອາວຸດ, ອົງການຈັດຕັ້ງມະຫາຊົນ, ສາສະໜາ, ປະຊາຊົນບັນດາເຜົ່າຈາກເຂດຕໍ່ຕ້ານ ແລະ ເຂດປົກຄອງຊົ່ວຄາວຂອງສັດຕູເຂົ້າຮ່ວມກອງປະຊຸມໃຫຍ່ຜູ້ແທນທົ່ວປະເທດໃນວັນທີ 13 ສິງຫາ 1950. ກອງປະຊຸມໄດ້ຕົກລົງສ້າງຕັ້ງ “ແນວລາວອິດສະຫຼະ” ແລະ “ລັດຖະບານລາວຕໍ່ຕ້ານ”, ໂດຍມີສະເດັດເຈົ້າ ສຸພານຸວົງ ເປັນປະທານແນວລາວອິດສະຫຼະ ແລະ ນາຍົກລັດຖະມົນຕີຂອງລັດຖະບານລາວຕໍ່ຕ້ານ. ໃນມື້ດຽວກັນນັ້ນ, ກອງປະຊຸມໄດ້ຕົກລົງສ້າງຕັ້ງໜັງສືພິມປະຕິວັດຂອງຕົນຂຶ້ນໂດຍໃສ່ຊື່ວ່າ: ໜັງສືພິມ “ລາວອິດສະຫຼະ”. ໜັງສືພິມນີ້, ຮູບນອກແມ່ນເປັນສຽງຂອງແນວລາວອິດສະຫຼະ ແລະ ລັດຖະບານລາວຕໍ່ຕ້ານໃນເວລານັ້ນ, ຊຶ່ງເນື້ອແທ້ກໍ່ແມ່ນໜັງສືພິມຂອງພັກ.

ເພື່ອຮັບໃຊ້ໜ້າທີ່ການເມືອງຄື: ພິມເອກະສານຂອງກອງປະຊຸມໃຫຍ່, ພິມຄຳຮຽກຮ້ອງຂອງລັດຖະບານລາວຕໍ່ຕ້ານ ແລະ ໜັງສືພິມລາວອິດສະຫລະ, ຊຶ່ງເປັນສະບັບທຳອິດນັ້ນ, ກໍ່ໄດ້ມີການຈັດຕັ້ງໂຮງພິມ “ລາວອິດສະຫຼະ” ຂຶ້ນ. ຫົວໜ້າ ແລະ ຄະນະໂຮງພິມຄະນະທຳອິດປະກອບມີ ທ່ານ ສີທາ ເພັງແພງເມືອງ, ທ່ານ ຄຳສິງ ຫອມສົມບັດ ແລະ ທ່ານ ຄຳພັນ ຈັນທະລາດ, ໂດຍພາຍໃຕ້ການຊີ້ນຳຂອງທ່ານ ສີຊະນະ ສີສານ ຫົວໜ້າບັນນາທິການ ທັງເປັນຮອງຫົວໜ້າໂຄສະນາອົບຮົມ-ວັດທະນະທຳ (ຄອວ). ເຄື່ອງພິມທີ່ໃຊ້ໃນເວລານັ້ນແມ່ນປະຖົມປະຖານຫຼາຍ ການພິມແມ່ນນຳໃຊ້ແຜ່ນຫີນລີໂຕ, ຂຽນຕົວໜັງລວງປີ້ນຈາກຊ້າຍຫາຂວາ, ຂຽນໃສ່ຫີນໜ້າພຽງ, ນ້ຳມຶກທີ່ຂຽນລົງໃສ່ຕ້ອງຕົ້ມປະສົມຂີ້ເຜິ້ງ, ສະບູຫອມ ແລະ ຂີ້ໝິ້ນໝໍ້. ເວລາພິມແມ່ນໃຊ້ອຸປະກອນທີ່ຫຸ້ມດ້ວຍຢາງຕີນລົດແລ່ນກິ້ງເທິງແຜ່ນຫີນ ແລະ ກ່ອນຈະພິມຕ້ອງລວາດດ້ວຍນ້ຳປະສົມນ້ຳສົ້ມເລັກນ້ອຍ ແລະ ນຳໃຊ້ແຮງງານຄົນພິມເອງ. ການພິມດ້ວຍຫີນລີໂຕຂອງໂຮງພິມລາວອິດສະຫຼະໄດ້ດຳເນີນມາຈົນຮອດທ້າຍປີ 1953 ຈຶ່ງໄດ້ຫັນໄປສູ່ການພິມດ້ວຍເຄື່ອງຈັກຕີໂປ, ຊຶ່ງມີທັງໝົດ 2 ເຄື່ອງ (ເຄື່ອງຕີໂປນອນ ແລະ ເຄື່ອງຕີໂປຕັ້ງ) ແລະ ມີການເກັບລຽນຕົວໜັງສື. ໜ່ວຍເຄື່ອງຈັກພິມຕີໂປນອນ: ແມ່ນ ທ່ານ ມິນ ແລະ ທ່ານ ສຸກ ຮັບຜິດຊອບ; ໜ່ວຍເຄື່ອງຈັກພິມຕີໂປຕັ້ງ: ແມ່ນ ທ່ານ ສີທາ ເພັງແພງເມືອງ ຮັບຜິດຊອບ; ໜ່ວຍເກັບລຽນຕົວໜັງສື: ແມ່ນທ່ານ ຄຳສິງ ຫອມສົມບັດ ແລະ ທ່ານ ບົວສີ ລໍວັນໄຊ ຮັບຜິດຊອບ; ໜ່ວຍເຈ້ຍ-ຈຳໜ່າຍ: ແມ່ນທ່ານ ເຄນ ລໍວັນໄຊ ແລະ ທ່ານ ຄຳພັນ  ຈັນທະລາດ ຮັບຜິດຊອບ. ນອກນັ້ນ, ຍັງມີໜ່ວຍຕົ້ມກາວ ແລະ ໜ່ວຍຫໍ່ຼຕົວອັກສອນລາວ.

ໃນບັ້ນຮົບປົດປ່ອຍຊຳເໜືອ, ແຂວງຫົວພັນ ປີ 1953, ໂຮງພິມລາວອິດສະຫຼະໄດ້ຍົກຍ້າຍຈາກຖານທີ່ໝັ້ນ ຕັ້ງຢູ່ເຂດເມືອງເຫງ້ຍດານ (Nghai Dan), ແຂວງ ເຫງ້ອານ (Nge An) ສສ ຫວຽດນາມ, ເຄື່ອນຍ້າຍມາຕາມເສັ້ນທາງຕັ້ງແຕ່ແຂວງເຫງ້ອານຜ່ານເຂື່ອນກັ້ນນ້ຳບາຍເທືອງ, ແຂວງແທັງຮວາ ຂຶ້ນໄປເມືອງລີ່-ເມືອງລາດ, ຂ້າມຊາຍແດນຫວຽດ-ລາວ-ແລ້ວເຂົ້າມາຕັ້ງສຳນັກງານກະຊວງສຶກສາທິການ ແລະ ໂຮງພິມລາວອິດສະຫຼະ ຢູ່ປ່າດົງຕິດກັບຝັ່ງແມ່ນ້ຳມ່າ ເບື້ອງຂວາບ້ານສົບຮາວ, ເມືອງສົບເບົາ, ແຂວງ ຫົວພັນໃນປັດຈຸບັນ. ຕັ້ງສຳນັກງານບໍ່ເທົ່າໃດວັນກໍຍົກຍ້າຍສຳນັກງານໄປຢູ່ດົງປ່າແຂກທາງທິດໃຕ້ບ້ານຊຽງຊື້ ເມືອງວຽງໄຊ ປະຈຸບັນ. ຢູ່ທີ່ນີ້, ພາກສ່ວນຂອງໂຮງພິມ ລີໂຕ ລາວອິດສະຫຼະໄດ້ເຂົ້າຮັບໃຊ້ກອງປະຊຸມໃຫຍ່ແນວລາວອິດສະຫຼະທົ່ວປະເທດທີ່ໄຂຂຶ້ນຢູ່ທີ່ຖໍ້າຊ້າງລອດ, ເມືອງວຽງໄຊ ແຂວງ ຫົວພັນ. ຢູ່ທີ່ດົງປ່າແຂກ (ບ້ານຊຽງຊື້) ແລະ ບໍ່ດົນເທົ່າໃດກໍຍົກຍ້າຍໄປຢູ່ເມືອງປານ ແລະ ບ້ານ ນາໂພ ເມືອງວຽງໄຊ ແຂວງ ຫົວພັນ. ຢູ່ທີ່ບ້ານນາໂພ, ທ່ານ ສີຊະນະ ສີສານ ຖືກະຈັບປີ່ (ມັງໂດລິນ) ໜ່ວຍໜຶ່ງ ແລະ ທ່ານ ອຸດຕະມະ ຈຸນລະມະນີ ເພິ່ນໄດ້ແຕ່ງເພງ: ປາບຝູງຜີມານ ແລະ ເພງປົກປັກຮັກສາສັນຕິພາບ, ຊຶ່ງເປັນເພງຕົ້ນກຳເນີດຂອງສະຖານີວິທະຍຸກະຈາຍສຽງຝ່າຍປະເທດລາວ ແລະ ຕໍ່ມາສະຖານີໂທລະພາບໄດ້ນຳເອົາສຽງເພງດັ່ງກ່າວອອກອາກາດມາໂດຍຕະຫຼອດຫຼາຍທົດສະວັດ.

ເມື່ອສັນຕິພາບກັບຕ່າວຄືນມາພາຍຫຼັງມີສັນຍາເຊີແນວໃນວັນທີ 20/7/1954, ສຳນັກງານກະຊວງສຶກສາໄດ້ຍ້າຍກັບຄືນມາຕັ້ງສຳນັກງານຢູ່ບ້ານນາເມືອງ-ຊຽງຊື້. ສ່ວນໂຮງພິມລາວອິດສະຫຼະມາຕັ້ງຢູ່ບ້ານບໍ່ຜາໃຕ້, ຈາກນັ້ນກໍ່ຍ້າຍໄປຢູ່ປ່າໜໍ່ໄລ່ແຄມນ້ຳປູນ (ຢູ່ໃຕ້ບ້ານເລີຍ-ເມືອງປູນ) ແລະ ຢູ່ບ້ານນາແມວ, ເມືອງວຽງໄຊ, ກ່ອນຈະຍົກຍ້າຍກັບຄືນມາຢູ່ຫໍປະຊຸມໃຫຍ່ແນວລາວອິດສະຫຼະໃນວັນທີ 6 ມັງກອນ 1956 ຈົນເຖິງມື້ເຂົ້າລວມລາວຄັ້ງທີ I.

ນັບແຕ່ມື້ສ້າງຕັ້ງພັກ ປປ ລາວ (22 ມີນາ 1955) ເປັນຕົ້ນມາ, ພັກຍິ່ງເອົາໃຈໃສ່ຢ່າງໃກ້ຊິດຊີ້ນຳໜັງສືພິມປະຕິວັດເພື່ອເຮັດສຳເລັດໜ້າທີ່ຂອງຕົນ. ມາຮອດວັນທີ 6 ມັງກອນ 1956 ກອງປະຊຸມໃຫຍ່ຜູ້ແທນທົ່ວປະເທດຂອງ     “ແນວລາວອິດສະຫຼະ” ໄດ້ໄຂຂຶ້ນຢູ່ແຂວງຫົວພັນ ແລະ ໄດ້ຕົກລົງປ່ຽນຊື່ມາເປັນ “ແນວລາວຮັກຊາດ”. ເພື່ອໃຫ້ສອດຄ່ອງກັບໜ້າທີ່ການເມືອງໃນໄລຍະນັ້ນ, ສູນກາງພັກໄດ້ຕົກລົງປ່ຽນຊື່ໜັງສືພິມ “ລາວອິດສະຫຼະ” ມາເປັນໜັງສືພິມ “ລາວຮັກຊາດ” ໂດຍແມ່ນທ່ານ ຄຳຜາຍ ບຸບຜາ ເປັນຫົວໜ້າບັນນາທິການ.  ສ່ວນໂຮງພິມກໍ່ໄດ້ປ່ຽນຊື່ມາເປັນໂຮງພິມລາວຮັກຊາດ, ໃນເວລານີ້ການພິມແມ່ນສືບຕໍ່ນໍາໃຊ້ລະບົບ “ຕີໂປ” (ເຄື່ອງຈັກຕີໂປນອນ, ເຄື່ອງຈັກຕີໂປຕັ້ງລວມມີ 2 ເຄື່ອງ/ໜ່ວຍ) ແບບຊຸກດ້ວຍມື, ໃຊ້ລະບົບເກັບລຽນໜັງສືເປັນແບບພິມ, ຄວັດດ້ວຍໄມ້ຕີນເປັດສຳລັບຫົວຂໍ້ ແລະ ຮູບພາບ. ການພິມໜັງສືພິມ ແລະ ສິ່ງພິມຕ່າງໆນັບມື້ຫຼາຍຂຶ້ນຕາມຄວາມຮຽກຮ້ອງຕ້ອງການຂອງພື້ນຖານການປະຕິວັດເຮັດໃຫ້ຈຳນວນໜັງສືພິມເພີ່ມຂຶ້ນຈາກ 3.000 ສະບັບມາເປັນ 5.000 ສະບັບ. ຈາກພິມອາທິດລະເທື່ອມາເປັນອາທິດໜຶ່ງພິມສອງເທື່ອ.

ເພື່ອເຮັດໜ້າທີ່ໂຄສະນາຮັບໃຊ້ໃຫ້ແກ່ການລວມລາວຄັ້ງທີ I ໃນໄລຍະປີ 1957-1959, ໂຮງພິມ ແລະ ໜັງສືພິມລາວຮັກຊາດໄດ້ຖືກຍ້າຍມາຢູ່ນະຄອນຫຼວງວຽງຈັນ. ສຳລັບໂຮງພິມລາວຮັກຊາດໃນເວລານັ້ນແມ່ນຕັ້ງຢູ່ຄຸ້ມຂົວດິນຕໍ່ໜ້າກະຊວງປ້ອງກັນຄວາມສະຫງົບປະຈຸບັນ, ຊຶ່ງເປັນເຮືອນຫ້ອງແຖວຂອງທ່ານ ເພົ້າ ພິມພະຈັນ ມອບໃຫ້. ໜ້າທີ່ຕົ້ນຕໍຂອງໂຮງພິມແມ່ນພິມ ໜັງສືພິມລາວຮັກຊາດ ທີ່ເປັນກະບອກສຽງຂອງພັກ, ຂອງຝ່າຍແນວລາວຮັກຊາດທີ່ຕໍ່ສູ້ເພື່ອຄວາມເປັນເອກະລາດ, ສັນຕິພາບ ເປັນກາງ. ເນື້ອໃນທີ່ລົງໃນໜ້າໜັງສືພິມລາວຮັກຊາດລ້ວນແຕ່ໄດ້ຮັບຄວາມນິຍົມຊົມຊອບຈາກປະຊາຊົນຫຼາຍທີ່ສຸດໂດຍສະເພາະໃນບັ້ນໂຄສະນາການເລືອກຕັ້ງຜູ້ແທນລາສະດອນເພີ່ມເຕີມໃນເດືອນເມສາ 1958, ຊຶ່ງມີຍອດພິມສູງຂຶ້ນເຖິງ 12.000 ສະບັບ ເພື່ອແຈກຢາຍໃຫ້ປະຊາຊົນໃນທົ່ວປະເທດ.  ເນື້ອໃນຂອງການໂຄສະນາໃນໄລຍະນັ້ນ ແມ່ນເຜີຍແຜ່ຍຸດໂທບາຍສັນຕິພາບ,ເປັນກາງ, ຕໍ່ສູ້ໃຫ້ຝ່າຍວຽງຈັນປະຕິບັດສັນຍາຄວາມຖືກຕ້ອງປອງດອງຊາດ. ອັນພົ້ນເດັ່ນແມ່ນໂຄສະນາເປີດໜ້າກາກພວກທີ່ມ້າງເພທຳລາຍຄວາມປອງດອງຊາດ ແລະ ຂັດຂວາງສິດປະຊາທິປະ ໄຕຂອງປະຊາຊົນ, ອັນເປັນເຫດໃຫ້ຝ່າຍກົງກັນຂ້າມທີ່ເປັນປໍລະປັກຊອກທຸກວິທີເພື່ອທຳລາຍ.

ປີ 1958-1959 ສະພາບທາງການເມືອງມີຄວາມເຄັ່ງຕຶງ, ລັດຖະບານຂອງສະເດັດເຈົ້າສຸວັນນະພູມມາ ຖືກໂຄ່ນລົ້ມ, ສະເດັດເຈົ້າສຸພານຸວົງ ແລະ ບັນດາຜູ້ນຳຂອງແນວລາວຮັກຊາດຖືກຈັບກຸມຄຸມຂັງເຂົ້າຄຸກໂພນເຄັງ, ຊຶ່ງໃນນັ້ນມີທ່ານ ສີຊະນະ ສີສານ ແລະ ທ່ານ ຄຳຜາຍ ບຸບຜາ ຫົວໜ້າໜັງສືພິມລາວຮັກຊາດ ກໍ່ຖືກຈັບເຊັ່ນດຽວກັນ. ສະນັ້ນ, ໜັງສືພິມລາວຮັກຊາດ, ໂຮງພິມລວມທັງສຳນັກພິມ ກໍຖືກປິດ ແລະ ຢຸດຕິການຈຳໜ່າຍຊົ່ວຄາວ. ແຕ່ເຖິງຢ່າງໃດກໍ່ດີ, ໜັງສືພິມລາວຮັກຊາດໄດ້ສືບຕໍ່ພິມຢູ່ທີ່ ງອກລາກ ແຂວງແທັງຮວາ ແລະ ຢູ່ຮ່າໂນ້ຍ (ປະເທດຫວຽດນາມ). ຫຼັງຈາກນັ້ນ, ຈຶ່ງໄດ້ກັບຄືນມາພິມຢູ່ເຂດທີ່ໝັ້ນຂອງການປະຕິວັດ. ພາຍຫຼັງໂຮງພິມລາວຮັກຊາດໄດ້ຖືກຕັ້ງຄືນໃໝ່ຢູ່ເຂດພູແຄ, ເມືອງວຽງໄຊ ແຂວງຫົວພັນ, ເຄື່ອງຈັກພິມໃນໄລຍະນີ້ແມ່ນນຳໃຊ້ລະບົບ “ຕີໂປ” ຄົບຊຸດ. ນອກຈາກພິມໜັງສືພິມລາວຮັກຊາດແລ້ວ, ຍັງມີໜ້າທີ່ພິມປຶ້ມຕຳລາຮຽນເພື່ອຮັບໃຊ້ເຂົ້າໃນວຽກງານການສຶກສາ ລວມທັງປຶ້ມອ່ານ, ປຶ້ມເລື່ອງ ແລະ ສິ່ງພິມອື່ນໆ.

ເດືອນ ສິງຫາ 1975, ຊຶ່ງເປັນໄລຍະຝ່າຍກຳລັງປະຕິວັດໄດ້ຮັບໄຊຊະນະໃນຂອບເຂດທົ່ວປະເທດ, ໜັງສືພິມ “ລາວຮັກຊາດ” ໄດ້ກັບຄືນມາຕັ້ງສຳນັກງານຢູ່ນະຄອນຫຼວງວຽງຈັນໂດຍປ່ຽນຊື່ເປັນໜັງສືພິມ “ສຽງປະຊາ ຊົນ”,  ຊຶ່ງຢູ່ໃນສະພາບແວດລ້ອມແຫ່ງບາດລ້ຽວປະຫວັດສາດທີ່ມີຄວາມໝາຍສຳຄັນພິເສດໃນການແບກຫາບໜ້າທີ່ອັນສັກກະລະບູຊາ ແລະ ມີກຽດສະຫງ່າຂອງໄຊຊະນະລວມ, ຍາດເອົາເອກະລາດ, ອິດສະລະພາບ ມາໃຫ້ປະຊາ ຊົນທັງຊາດ. ສ່ວນວຽກງານການພິມກໍ່ໄດ້ຄັດຈ້ອນເອົາພະນັກງານ, ກຳມະກອນຈຳນວນໜຶ່ງຈາກໂຮງພິມແນວລາວຮັກຊາດ ຢູ່ແຂວງຫົວພັນ ແລະ ໂຮງພິມມິດຕະພາບລາວ-ຈີນ ຢູ່ແຂວງ ອຸດົມໄຊ ມາເຕົ້າໂຮມເຂົ້າກັນກັບໂຮງພິມຂອງລັດຖະບານເກົ່າແລ້ວຕັ້ງຊື່ເປັນໂຮງ ພິມແຫ່ງຊາດ ແລະ ນັບແຕ່ປີ 1983 ເປັນຕົ້ນມາຈຶ່ງໄດ້ປ່ຽນຊື່ມາເປັນໂຮງພິມແຫ່ງລັດ. ເຄື່ອງຈັກພິມໃນໄລຍະນີ້ແມ່ນນຳໃຊ້ລະບົບການພິມແບບ “ອັອບແຊັດ”.

ຫຼັງຈາກກອງປະຊຸມໃຫຍ່ຄັ້ງທີ III ຂອງພັກໃນວັນທີ 22 ມີນາ 1983, ສູນກາງພັກປະຊາຊົນ ປະຕິວັດລາວ ໄດ້ຕົກລົງປ່ຽນຊື່ໜັງສືພິມ “ສຽງປະຊາຊົນ” ມາເປັນໜັງສືພິມ “ປະຊາຊົນ” ສຽງຂອງສູນກາງພັກ ປປ ລາວ ຈົນເຖິງປະຈຸບັນ. ໃນຕົ້ນປີ 1983 ແມ່ນທ່ານ ທອງສິງ ທຳມະວົງ ກຳມະການສຳຮອງສູນກາງພັກ, ລັດຖະມົນຕີກະຊວງຖະແຫຼງຂ່າວ ໂຄສະນາການ ແລະ ທ່ອງທ່ຽວເປັນຫົວໜ້າບັນນາທິການໜັງສືພິມ ສຽງປະຊາຊົນ. ທ້າຍປີ 1983. ໄດ້ຈັດຕັ້ງຄະນະກຳມະການຂ່າວສານ, ໜັງສືພິມ, ວິທະຍຸກະຈາຍສຽງ ແລະ ໂທລະພາບແຫ່ງລັດຂຶ້ນໂດຍແມ່ນ ທ່ານ ສອນ ຄຳວານວົງສາ ຮອງຫົວໜ້າຄະນະໂຄສະນາອົບຮົມສູນກາງພັກ, ຜູ້ວ່າການປະທານຄະນະຄະນະກຳມະການຂ່າວສານ, ໜັງສືພິມ, ວິທະຍຸກະຈານສຽງ ແລະ ໂທລະພາຍແຫ່ງລັດ ທັງເປັນຫົວໜ້າຄະນະບັນນາທິ ການໃຫຍ່ໜັງສືພິມ “ປະຊາຊົນ”. ໜັງສືພິມປະຊາຊົນສຽງຂອງສູນກາງພັກໄດ້ຮັບການພັດທະນາ ແລະ ເຕີບໃຫຍ່ຂະຫຍາຍຕົວເປັນກ້າວໆບາງຄັ້ງມີຈຳນວນພິມ 8.000 ຫາ 10.000 ສະບັບ. ໄລຍະແຕ່ປີ 1982-1985 ມີຍອດພິມຈຳໜ່າຍເຖິງ 22.000 ສະບັບ. ນັບແຕ່ມື້ສ້າງຕັ້ງຈົນເຖິງປະຈຸບັນ ໄດ້ມີການພົວພັນຮ່ວມມືກັນຢ່າງສະໜິດ
ແໜ້ນລະຫວ່າງໜັງສືພິມປະຊາຊົນສຽງຂອງສູນກາງພັກ ປປ ລາວ ກັບໜັງສືພິມ ເຍິນເຢິນ ສຽງຂອງສູນກາງພັກກອມມູນິດຫວຽດນາມ ແລະ ໜັງສືພິມເຢິນໝິງຢື້ເປົ້າສຽງຂອງພັກກອມມູນິດຈີນ ແລະ ບັນດາປະເທດສັງຄົມນິຍົມອື່ນໆ.

ໃນໄລຍະຕໍ່ສູ້ຢ່າງດຸເດືອດທ່າມກາງແປວໄຟແຫ່ງສົງຄາມຕ້ານລັດທິລ່າເມືອງຂຶ້ນແບບໃໝ່ຮ່ວມກັບ ຂະ ບວນການຕໍ່ສູ້ລວມຂອງການປະຕິວັດປົດປ່ອຍຊາດ, ຊຶ່ງເປັນຍຸດທະສາດຕໍ່ສູ້ຍືດເຍື້ອຍາວນານແຕ່ເດັດຂາດມີໄຊຂອງປວງຊົນລາວເຮົານັ້ນ, ວັນທີ 13 ສິງຫາ 1960 ວິທະຍຸກະຈາຍສຽງຂອງຝ່າຍປະເທດລາວໄດ້ຮັບການສ້າງຕັ້ງຂຶ້ນດ້ວຍກຳລັງພິເສດຂອງສູນກາງພັກ ແລະ ໄດ້ດຳເນີນງານໄປໃນຂະນະທີ່ສະພາບການຂອງການປະຕິວັດລາວໄດ້ມີການປ່ຽນແປງຢ່າງແຂງແຮງ ກໍຄືພາຍຫຼັງບັນດາຜູ້ນຳຂອງແນວລາວຮັກຊາດໄດ້ໂຕນອອກຈາກຄຸກໂພນເຄັງກັບຄືນສູ່ເຂດທີ່ໝັ້ນຂອງການປະຕິວັດຢ່າງປອດໄພໃນເດືອນ ພຶດສະພາ ປີ 1960. ຫຼັງຈາກສ້າງຕັ້ງ, ວິທະຍຸກະຈາຍສຽງຂອງຝ່າຍປະເທດລາວ, ຊຶ່ງມີທ່ານ ຄຳໄຕ ສີພັນດອນ, ທ່ານ ສົມເທີ ເພັດມະນີ, ທ່ານ ສອນ ຄຳວານວົງສາ ແລະ ທ່ານ ອື່ນໆໄດ້ຍົກສູງພາລະບົດບາດ ແລະ ເອກະລັກສະເພາະຂອງຕົນໃນການເປັນປາກກະບອກສຽງຂອງສູນກາງແນວລາວຮັກຊາດເພື່ອເຮັດໜ້າທີ່ຂົນຂວາຍປຸກລະດົມປະຊາ ຊົນບັນດາເຜົ່າເຂົ້າຮ່ວມການປະຕິວັດ, ຕ້ານການຮຸກຮານຂອງພວກລ່າເມືອງຂຶ້ນແບບໃໝ່ ແລະ ລູກແຫຼ້ງຕີນມືຂອງພວກເຂົາຢ່າງພິລະອາດຫານ. ໄລຍະຕົ້ນມີພຽງຈັກອັດສຽງຍີ່ຫໍ້ “ມາກ” ເຄື່ອງດຽວເທົ່ານັ້ນ ແລະ ເຄື່ອງກະຈາຍສຽງອີກໜຶ່ງເຄື່ອງຊຶ່ງແລ່ນດ້ວຍຈັກໄຟຟ້າທີ່ໃຊ້ນ້ຳມັນກາຊວນ. ໃນທ້າຍປີ 1960 ລັດຖະບານລາຊະອານາຈັກ ທີ່ຖືກຕ້ອງຕາມກົດໝາຍ ແລະ ບັນດາກຳລັງເປັນກາງໄດ້ຍ້າຍໄປຢູ່ຄັງໄຂ, ແຂວງ ຊຽງຂວາງ ນັ້ນ, ໄດ້ສ້າງຕັ້ງວິທະຍຸກະຈາຍສຽງ “ແຫ່ງປະເທດລາວ” ໂດຍຄຽງບ່າຄຽງໄຫຼ່ກັບວິທະຍຸກະຈາຍສຽງຂອງ “ຝ່າຍປະເທດລາວ” ເຮັດໃຫ້ມີກຳລັງແຮງເພີ່ມຂຶ້ນພ້ອມກັບສື່ສິ່ງພິມອື່ນໃນການປຸກລະ ດົມຂົນຂວາຍ, ເຕົ້າໂຮມຄວາມສາມັນຄີປະຊາຊົນລາວບັນດາເຜົ່າລຸກຂຶ້ນຕໍ່ສູ້ເພື່ອປົດປ່ອຍປະເທດຊາດ; ຍາດແຍ່ງເອົາສຽງສະໜັບສະໜູນທັງພາຍໃນ ແລະ ຕ່າງປະເທດ, ເຜີຍແບທາດແທ້ກະຫາຍສົງຄາມຂອງພວກຈັກກະພັດລ່າເມືອງຂຶ້ນ. ການເຮັດໜ້າທີ່ໂຄສະນາ ແລະ ສົ່ງຂ່າວໃນໄລຍະນັ້ນແມ່ນສົ່ງລະຫັດມັອກ ແລະ ຕໍ່ມາສົ່ງແບບເຕລາຕິບ. ບາງຄັ້ງພົບກັບອຸປະສັກຫຍຸ້ງຍາກທຸລະກັນດານຫຼາຍ ຍ້ອນສັດຕູຖິ້ມລະເບີດທຳລາຍທາງອາກາດຢ່າງໜັກໜ່ວງ, ຈຳ ເປັນຕ້ອງໄດ້ແຍກຍ້າຍເປັນສອງກອງ. ກອງໜຶ່ງໄປຕັ້ງຢູ່ດົງດ່າ, ຫວຽດນາມເອີ້ນວ່າ: ເບໂໝດ (B1), ກອງສອງຕັ້ງຢູ່ພູແຄ ເມືອງວຽງໄຊ ເອີ້ນວ່າ ເຊສອງ (C2) ມີໜ້າທີ່ສົ່ງຂ່າວໃຫ້ກອງ ເບ 1.

ເພື່ອໃຫ້ປະຊາຊົນໄດ້ຮັບຂ່າວຄາວຢ່າງທົ່ວເຖິງ,   ຈຶ່ງໄດ້ຮັບການຊ່ວຍເຫຼືອຈາກວິທະຍຸຫວຽດນາມ ຮັບເອົາສັນຍານຂອງວິທະຍຸກະຈາຍສຽງຂອງຝ່າຍປະເທດລາວ ເພື່ອຖ່າຍທອດສຽງວິທະຍຸທັງສອງສະຖານີສົ່ງໄປໄກໄດ້ທົ່ວປະເທດລາວ. ຈົນມາຮອດປີ 1974 ເຄື່ອງອັດ, ເຄື່ອງສົ່ງ ແລະ ເຄື່ອງຈັກກະຈາຍສຽງໄດ້ຖືກຍົກຍ້າຍມາຕິດຕັ້ງລວມຢູ່ບໍລິເວນຖ້ຳຈິມ, ເມືອງວຽງໄຊ ແຂວງຫົວພັນ. ເຖິງແມ່ນວ່າເຄື່ອງຈັກບໍ່ໃຫຍ່ໂຕ ແລະ ບໍ່ທັນສະໄໝ ແຕ່ກໍ່ສາມາດຮັບໃຊ້ລາຍການອອກອາກາດໄດ້ເປັນປົກກະຕິແຕ່ລະວັນຫຼາຍຊົ່ວໂມງ ແລະ ມີຫຼາຍລາຍການ. ນອກຈາກນີ້, ວິທະຍຸກະຈາຍສຽງຂອງຝ່າຍປະເທດລາວຍັງໄດ້ຈັດຕັ້ງກອງສິລະປະວັນນະຄະດີ, ໃນນັ້ນ, ປະກອບມີທັງນັກປະດິດຄິດແຕ່ງ, ນັກຮ້ອງ, ນັກຂັບລຳ, ໜ່ວຍລຳເລື່ອງ ແລະ ນັກດົນຕີ  ອັນໄດ້ເຮັດໃຫ້ລາຍການສິລະປະວັນນະຄະດີຂອງວິທະຍຸກະຈາຍສຽງຝ່າຍປະເທດລາວມີຄວາມອຸດົມສົມບູນ ແລະ ມີຊີວິດຊີວາຂຶ້ນຕື່ມ.

ພາຍຫຼັງປະເທດຊາດໄດ້ຮັບການປົດປ່ອຍ, ຈຶ່ງໄດ້ປ່ຽນຊື່ມາເປັນວິທະຍຸກະຈາຍສຽງແຫ່ງຊາດ ກໍ່ຄືວິທະຍຸກະຈາຍສຽງແຫ່ງຊາດລາວ ໃນເວລາຕໍ່ມາຈົນເຖິງປະຈຸບັນ. ເວົ້າລວມແລ້ວ, ນັບແຕ່ມື້ປົດປ່ອຍມາຮອດປະຈຸບັນ, ວິທະຍຸກະຈາຍສຽງແຫ່ງຊາດລາວຍັງເປັນສື່ທີ່ນຳໜ້າໃນການເຮັດໜ້າທີ່ໂຄສະນາເຜີຍແຜ່ແນວທາງຂອງພັກ, ການປົກປັກຮັກສາ ແລະ ພັດທະນາປະເທດຊາດຂອງປວງຊົນລາວດ້ວຍການລາຍງານຂ່າວທີ່ມີທັງພາສາລາວ, ຊົນເຜົ່າ, ຫວຽດນາມ, ຂະແມ,  ໄທ, ຝຣັ່ງ ແລະ ພາສາອັງກິດ. ຍ້ອນເຫັນໄດ້ຄວາມສຳຄັນຂອງວຽກງານນີ້, ພັກ-ລັດຈຶ່ງໄດ້ຍົກລະດັບຄວາມແຮງຂອງເຄື່ອງສົ່ງຄື້ນສັ້ນລະບົບ AM ຈາກ 150 ກິໂລວັດມາເປັນ 200 ກິໂລວັດ, ສ້າງສະຖານີ FM , FM 2, ແລະ FM 3, ໄດ້ຂຶ້ນວິທະຍຸອິນເຕີເນັດ ແລະ ອອນລາຍຊຶ່ງສາມາດຮັບຟັງໄດ້ທົ່ວໂລກ. ມີສະຖານີເຄືອຂ່າຍສົ່ງສັນຍານຕໍ່ຢູ່ແຂວງຫຼວງພະບາງ ແລະ ປາກຊ່ອງ, ແຂວງຈຳປາສັກ ແລະ ພວມກຳລັງສືບຕໍ່ອີກ 02 ແຫ່ງຢູ່ແຂວງອຸດົມໄຊ ແລະ ແຂວງສະຫວັນນະເຂດ ດ້ວຍການຊ່ວຍເຫຼືອຂອງລັດຖະບານ ສສ ຫວຽດນາມ.

ວິທະຍຸກະຈາຍສຽງແຫ່ງຊາດລາວ ໄດ້ມີການພົວພັນກັບວິທະຍຸກະຈາຍສຽງກັບບັນດາປະເທດສະມາຊິກອາຊຽນ, VOV ຂອງ ສສ ຫວຽດນາມ, CRI, ວິທະຍຸ-ໂທລະພາບຂອງແຂວງຢຸນນານ ແລະ ແຂວງ ກວາງຊີ ຂອງ ສປ ຈີນ; ເປັນສະມາຊິກຂອງສະຖາບັນພັດທະນາວິທະຍຸກະຈາຍສຽງອາຊີ-ປາຊີຟິກ (AIBD) ແລະ ສະມາຊິກສະຫະພັນກະຈາຍສຽງອາຊີ-ປາຊີຟິກອີກດ້ວຍ.

ອີກ 8 ປີຕໍ່ມາພາຍຫຼັງສ້າງຕັ້ງວິທະຍຸກະຈາຍສຽງ “ຝ່າຍປະເທດລາວ”, ສຳນັກຂ່າວສານປະເທດລາວກໍ່ໄດ້ຮັບການສ້າງຕັ້ງຂຶ້ນໃນວັນທີ 06  ມັງກອນ ປີ 1968 ຢູ່ຖໍ້າແຫ່ງໜຶ່ງທີ່ບ້ານບັກ ທົ່ງນາໄກ່, ປະຈຸບັນແມ່ນເມືອງວຽງໄຊ, ແຂວງ ຫົວພັນ, ຊຶ່ງເປັນຖານທີ່ໝັ້ນຂອງການປະຕິວັດ, ທ່ານ ສຸພານຸວົງ ປະທານແນວລາວຮັກຊາດ ໄດ້ລົງນາມໃນມະຕິຕົກລົງຂອງສູນກາງແນວລາວຮັກຊາດສະບັບໜຶ່ງວ່າດ້ວຍການສ້າງຕັ້ງສຳນັກຂ່າວສານປະເທດລາວ ທີ່ມີຕົວໜັງສືລາວຂຽນຫຍໍ້ວ່າ “ຂປລ” ຫຼືພາສາຕ່າງປະເທດ “KPL” ຂຶ້ນຢ່າງເປັນທາງການ (ໃນໂອກາດລະນຶກວັນສ້າງຕັ້ງແນວລາວຮັກຊາດຄົບຮອບ 12 ປີ) ເພື່ອເຮັດໜ້າທີ່ຖະແຫຼງຂ່າວພາຍໃນ ແລະ ຕ່າງປະເທດ. ຜູ້ອຳນວຍການທຳອິດແມ່ນທ່ານ ສີຊະນະ ສີສານ, ກຳມະການຄະນະໂຄສະນາ-ອົບຮົມ-ວັດທະນະທຳ (ຄອວ) ຂອງສູນກາງແນວລາວຮັກຊາດ, ທ່ານ ສອນ ຄຳວານວົງສາ ແລະ ທ່ານ ສົມເທີ ເພັດມະນີ ເປັນຮອງ. ປີ 1970 ພາຍຫຼັງບັ້ນຮົບກູ້ກຽດຢູ່ແຂວງຊຽງຂວາງ, ສຳນັກວິທະຍຸຂອງກອງກຳລັງເປັນກາງຮັກຊາດຢູ່ຄັງໄຂໄດ້ອົບພະຍົບຂຶ້ນໄປຢູ່ສູນກາງ ແລະ ໄດ້ມາສົມທົບຢູ່ຮ່ວມກັບຂ່າວສານປະເທດລາວທີ່ຕັ້ງຢູ່ພູແຄ, ຊຶ່ງມີ ທ່ານ ວັນເຮືອງ ວົງວິຈິດ ເປັນຫົວໜ້າ, ທ່ານ ສຸວັນທອນ ບຸບຜານຸວົງ ແລະ ຜູ້ອື່ນໆເຮັດໜ້າທີ່ນັກຂ່າວ, ນັກວິຊາການເຕັກນິກອັນໄດ້ເຮັດໃຫ້ສຳນັກຂ່າວສານມີຄວາມເຂັ້ມແຂງ, ຮັບປະກັນການອອກຂ່າວທັນກັບເວລາ.

ຂ່າວສານປະເທດລາວໄດ້ຜ່ານເສັ້ນທາງທຸລະກັນດານ, ລະອິດລະອ້ຽວ, ໃນເມື່ອກ່ອນມີພຽງເຄື່ອງຈັກໂທ ລະເລກເກົ່າ 1 ເຄື່ອງ, ຕໍ່ມາມີ 3 ເຄື່ອງ; ເຄື່ອງສົ່ງ (ຈັກກະຈາຍ) ມີຈັກ T 50, T 100, T 500, T 1000, 5 KW, ສ່ວນເຄື່ອງຮັບກໍ່ມີຈັກໂທລະພິມ P 250, P 371, TOPON, EKAD. ນັບແຕ່ປີ 1975 ເປັນຕົ້ນມາ, ຂ່າວສານປະເທດລາວໄດ້ພັດທະນາທາງດ້ານເຕັກນິກເປັນກ້າວໆມາ ໃນທົ່ວປະເທດ, ມີການພົວພັນຮ່ວມມືກັບສຳນັກຂ່າວ ສານຫວຽດນາມ  (VNA) ຂອງ ສສ ຫວຽດນາມ ແລະ ສຳນັກຂ່າວສານຊິນຮວາ (XINHUA) ຂອງ ສປ ຈີນ; ເປັນສະມາຊິກຂອງອົງການຂ່າວສານບັນດາປະເທດບໍ່ຮ່ວມກຸ່ມ ແລະ ເປັນສະມາຊິກອົງການຂ່າວສານບັນດາປະເທດອາຊີ-ປາຊີຟິກ, ຊຶ່ງໄລຍະຜ່ານໄດ້ຍາດແຍ່ງການຊ່ວຍເຫຼືອທາງດ້ານວັດຖຸ, ເຕັກນິກ, ການສ້າງພະນັກງານ ແລະ ແລກປ່ຽນຂ່າວສານນຳກັນ.

ຂ່າວສານປະເທດລາວ ຫຼື ຂປລ ໄດ້ມີຫຼາຍຜະລິດຕະພັນສິ່ງພິມເຊັ່ນ: ໃບຂ່າວລາຍວັນ, ໃບຂ່າວຄົ້ນຄວ້າລາຍວັນ, ໜັງສືພິມປະເທດລາວລາຍວັນ, ໜັງສືພິມພາສາຕ່າງປະເທດ (KPL News), ວາລະສານປະເທດລາວລາຍໄຕມາດ, ອິນເຕີເນັດ, ເວັບໄຊ ແລະ ອື່ນໆ. ເພື່ອເປີດກວ້າງຊ່ອງທາງເຜີຍແຜ່ຂໍ້ມູນຂ່າວສານ ຕອບສະໜອງກັບຄວາມຮຽກຮ້ອງຕ້ອງການຂອງໜ້າທີ່ການເມືອງໃນໄລຍະໃໝ່, ຕົກມາໃນໄລຍະປີມໍ່ໆມານີ້ ຂປລ ກໍ່ໄດ້ຫັນການກະຈາຍຂໍ້ມູນຂ່າວສານ ແບບເກົ່າ ໄປສູ່ແບບໃໝ່ທັນສະໄໝ ຜ່ານລະບົບອິນເຕີແນັດຄື: ເວັບໄຊ ແລະ ສື່ອອນລາຍ Facebook  ແລະ Youtube) (ຫຼາຍຂຶ້ນ ມາຮອດປັດຈຸບັນມີຜູ້ເຂົ້າຊົມ ເວັບໄຊ ຂອງສຳນັກຂ່າວສານປະເທດລາວ 35 ລ້ານກວ່າເທື່ອຄົນ, ເດັ່ນກວ່າໝູ່ທີ່ສັງຄົມໃຫ້ຄວາມສົນໃຈແມ່ນການນຳສະເໜີຂ່າວຜ່ານ ເຟດສະບຸກ, ຊຶ່ງມີຜູ້ຕິດຕາມປະຈຳ ແລະ ບໍ່ປະຈຳ  320.000 ກວ່າເທື່ອຄົນ; ມີຜູ້ຊົມທີ່ນິຍົມຊົມຊອບມີເກືອບ 260.000 ກວ່າເທື່ອຄົນ  ແລະ ມີບາງຄລິບວິດີໂອອອນລາຍມີຜູ້ເຂົ້າຊົມ ແລະ ຕິດຕາມເຖິງ 100.000 ກວ່າເທື່ອຄົນ.

ພາຍຫຼັງຢຶດການອຳນາດຂອງປະຊາຊົນບັນດາເຜົ່າທົ່ວນະຄອນຫຼວງວຽງຈັນສໍາເລັດໃນວັນທີ 23 ສິງຫາ 1975, ໜັງສືພິມ “ວຽງຈັນໃໝ່” ຊຶ່ງມີຕົ້ນກຳເນີດມາຈາກໜັງສືພິມວຽງຈັນໂພສ ກໍໄດ້ຮັບການຖືກສ້າງຕັ້ງຂຶ້ນໃນວັນທີ 1 ກັນຍາ 1975 ເປັນກະບອກສຽງຂອງຄະນະພັກນະຄອນຫຼວງວຽງຈັນ, ທີ່ເຮັດໜ້າທີ່ໂຄສະນາປຸກລະດົມຂົນຂວາຍມວນຊົນປົກປັກຮັກສາໝາກຜົນຂອງການປະຕິວັດ ແລະ ການພັດທະນາປະເທດນະຄອນຫຼວງໃຫ້ຮັ່ງມີເຂັ້ມແຂງ, ສີວິໄລຢ່າງບໍ່ຢຸດຢັ້ງ. ໜັງສືພິມວຽງຈັນໃໝ່ບາງຄັ້ງມີຍອດພິມສູງເຖິງ 10.000 ສະບັບຕໍ່ວັນ. ປະຈຸບັນ, ມີໜັງສືພິມວຽງຈັນໃໝ່ລາຍວັນ, ວຽງຈັນທຸລະກິດ-ສັງຄົມລາຍສັບປະດາ…..

ການກຳເນີດເກີດຂຶ້ນຂອງໂທລະພາບແຫ່ງຊາດລາວແມ່ນເວທີໃໝ່ໃນການໂຄສະນາແນວທາງ, ນະໂຍບາຍ, ນຳເອົາຂໍ້ມູນຂ່າວສານ, ສາລະຄວາມຮູ້ ແລະ ສາລະບັນເທີງ ດ້ວຍການກະຈາຍພາບ ແລະ ສຽງ. ໃນຕອນບ່າຍວັນທີ 01 ທັນວາ 1983 ໂທລະພາບແຫ່ງລັດ ກໍຄື ໂທລະພາບແຫ່ງຊາດລາວໄດ້ຖືກສ້າງຕັ້ງຂຶ້ນຢ່າງເປັນທາງການ ແລະ ເປັນລາຍການໂທລະພາບສີ, ກະຈາຍພາບ ແລະ ສຽງຢ່າງສະຫງ່າຜ່າເຜີຍເປັນເທື່ອທຳອິດອອກສູ່ສາຍຕາປວງຊົນຊາວນະຄອນຫຼວງວຽງຈັນ ແລະ ບໍລິເວນໃກ້ຄຽງ.ນັບແຕ່ມື້ໂທລະພາບໄດ້ຮັບການສ້າງຕັ້ງໄດ້ມີການພົວພັນຮ່ວມມືກັບບັນດາອົງການຈັດຕັ້ງສື່ມວນຊົນເວົ້າລວມ  ເວົ້າສະເພາະກັບ VTV ຂອງ ສສ ຫວຽດນາມ, CCTV ຂອງ ສປ ຈີນ, NHK ຂອງຍີ່ປຸ່ນ, KBS ຂອງ ສ. ເກົາຫຼີ, CFI ຂອງຝຣັ່ງ, DWTV ຂອງເຢຍລະມັນ, ອົງການ ABU ແລະ ອົງການ AIBD ເປັນຕົ້ນ, ຊຶ່ງລ້ວນແຕ່ໄດ້ໃຫ້ການຊ່ວຍເຫຼືອແກ່ໂທລະພາບແຫ່ງຊາດລາວ.

ພາຍຫຼັງພັກ ປປ ລາວ ມີແນວທາງປ່ຽນແປງໃໝ່ຮອບດ້ານຢ່າງມີຫຼັກການ, ວຽກງານສື່ມວນຊົນ ຍິ່ງມີບົດບາດສຳຄັນໃນການເຜີຍແຜ່ແນວທາງປ່ຽນແປງໃໝ່ຂອງພັກ ລົງສູ່ທ້ອງຖິ່ນຮາກຖານປະຊາຊົນ ແລະ ເປີດກວ້າງການຮ່ວມມືກັບຕ່າງປະເທດ ແລະ ອົງການຈັດຕັ້ງສາກົນໃນພາກພື້ນ ແລະ ໃນໂລກ. ສະນັ້ນ, ການເກີດຂຶ້ນຂອງໜັງສືພິມພາສາຕ່າງປະເທດ “ໜັງສືພິມວຽງຈັນທາຍພາສາອັງກິດລາຍສັບປະດາ” ບໍ່ແມ່ນເລື່ອງບັງເອີນ, ແຕ່ແມ່ນຄວາມມຸ່ງມາດປາຖະໜາຂອງຄະນະນຳກະຊວງ ເພື່ອຕອບສະໜອງຄວາມຮຽກຮ້ອງຕ້ອງການທີ່ ສປປ ລາວ ໄດ້ມີການເປີດກວ້າງການພົວພັນຮ່ວມມືກັບບັນດາປະເທດຕ່າງໆ ແລະ ອົງການຈັດຕັ້ງພາກພື້ນ ແລະ ສາກົນຫຼາຍຂຶ້ນ. ໜັງສືພິມວຽງຈັນທາຍລາຍສັບປະດາ, ມີ 16 ໜ້າ ເປັນຮູບຂາວ-ດຳ ສະບັບທຳອິດໄດ້ຈັດອອກພິມໃນວັນທີ 7 ເມສາ 1994 ຊຶ່ງກົງກັບວັນເປີດຂົວມິດຕະພາບລາວ-ໄທ ຢ່າງເປັນທາງການແຫ່ງທຳອິດ.

ຈາກນັ້ນຕໍ່ມາ, ໜັງສືພິມພາສາຕ່າງປະເທດໄດ້ຮັບການພັດທະນາເລື້ອຍມາ ເປັນຕົ້ນ: ໄດ້ຫັນປ່ຽນໜັງສືພິມວຽງຈັນທາມລາຍສັບປະດາໃນປີ 1994 ມາເປັນລາຍ 2 ສະບັບຕໍ່ອາທິດໃນປີ 1996 ແລະ ເປັນລາຍວັນໃນປີ 2004; ໃນວັນທີ 19/11/1998, ວາລະສານ ເລີ ເຣໂນວາເຕີ ທີ່ເປັນພາສາຝຣັ່ງ ໄດ້ຮັບການສ້າງຕັ້ງຂຶ້ນ. ນອກຈາກນັ້ນ, ຍັງໄດ້ມີບໍລິການຂໍ້ມູນຂ່າວສານຜ່ານລະບົບອິນເຕີເນັດອອນລາຍ.

ໜັງສືພິມພາສາຕ່າງປະເທດໄດ້ຖືກຮັບເຂົ້າເປັນສະມາຊິກອົງການເຄືອຂ່າຍຂ່າວໜັງສືພິມອາຊີ, ທີ່ມີໜັງສືພິມລະດັບຊາດຈຳນວນ 23 ໜັງສືພິມໃນ 19 ປະເທດໃນອາຊີທີ່ເປັນສະມາຊິກ, ຊຶ່ງມີການແລກປ່ຽນຂ່າວ ແລະ ບົດປະກອບພາບໃຫ້ໜັງສືພິມປະເທດສະມາຊິກທຸກວັນ, ມີການຝຶກວຽກງານຂ່າວ ແລະ ສັບປ່ຽນກັນໄປປະຈຳການຢູ່ສູນປະສານງານຂອງອົງການເຄືອຂ່າຍຂ່າວອາຊີທີ່ມີສຳນັກງານຕັ້ງຢູ່ບາງກອກ, ລາຊະອານາຈັກໄທ. ພ້ອມທັງມີການຮ່ວມມືກັບບໍລິສັດໂທລະຄົມຕ່າງໆ ເພື່ອບໍລິການຂ່າວຂໍ້ຄວາມສັ້ນໄປຫາຜູ້ຈອງໂດຍກົງທາງໂທລະສັບມືຖື.

ໜັງສືພິມພາສາຕ່າງປະເທດກາຍເປັນບ່ອນຝຶກງານໜຶ່ງສຳລັບນັກສຶກສາປີສຸດທ້າຍຂອງສະຖາບັນຕ່າງໆ ຢູ່ພາຍໃນ ແລະ ນັກສຶກສາຕ່າງປະເທດເຊັ່ນ: ອິນໂດເນເຊຍ, ສະວິດ, ການາດາ, ເຢຍລະມັນ, ຝຣັ່ງ ແລະ ອົດສະຕຣາລີໄດ້ມາຝຶກງານ.

ກົມສື່ມວນຊົນ, ກົມພິມຈຳໜ່າຍ, ສະຖາບັນສື່ມວນຊົນ, ວັດທະນະທຳ ແລະ ການທ່ອງທ່ຽວ ເປັນອົງການຈັດຕັ້ງຄຸ້ມຄອງລັດທາງດ້ານວິຊາການ, ຊຶ່ງມີພາລະບົດບາດໃນການກຳນົດຍຸດທະສາດ, ແຜນງານ, ໂຄງການ, ສ້າງບັນດານິຕິກຳ, ເຜີຍແຜ່ສຶກສາອົບຮົມ, ບຳລຸງສ້າງພະນັກງານລັດຖະກອນ, ຄຸ້ມຄອງ, ສົ່ງເສີມ ແລະ ພັດທະນາວຽກງານສື່ມວນຊົນ, ວຽກງານພິມຈໍາໜ່າຍ ແລະ ວຽກງານຝຶກອົບຮົມ, ຜ່ານມາໄດ້ເອົາໃຈໃສ່ຢ່າງຕັ້ງໜ້າໃນການສ້າງແຜນພັດທະນາ; ຄົ້ນຄວ້າ,ສ້າງ ແລະ ເຜີຍແຜ່ກົດໝາຍ, ນິຕິກຳອື່ນໆທີ່ກ່ຽວຂ້ອງ; ຈັດຕັ້ງການຝຶກອົບຮົມ ເພື່ອຍົກລະດັບຄວາມຮູ້ທາງດ້ານທິດສະດີ, ວິຊາສະເພາະໃຫ້ແກ່ພະນັກງານຖະແຫຼງຂ່າວ, ວັດທະນະທຳ ແລະ ທ່ອງທ່ຽວຢູ່ສູນກາງ, ແຂວງ ແລະ ເມືອງໃນທົ່ວປະເທດ. ບັນດາສະມາຄົມຕ່າງໆ ເປັນຕົ້ນ: ສະມາຄົມນັກຂ່າວແຫ່ງ ສປປ ລາວ, ສະມາຄົມນັກປະພັນລາວ, ສະມາຄົມການພິມ ສປປ ລາວ ແລະ ສະມາຄົມຫໍສະໝຸດລາວກໍ່ໄດ້ຕັ້ງໜ້າເຄື່ອນໄຫວຕາມພາລະບົດບາດ, ສິດ ແລະ ໜ້າທີ່ຢ່າງເປັນເຈົ້າການ. 

ຜົນງານ ຕະຫຼອດໄລຍະ 70 ປີຜ່ານມາ, ວຽກງານສື່ມວນຊົນ ແລະ ການພິມຈຳໜ່າຍໄດ້ຮັບການພັດທະນາ ແລະ ເຕີບໃຫຍ່ຂະຫຍາຍຕົວເປັນກ້າວໆມາ, ຊຶ່ງສະແດງອອກດັ່ງນີ້:

ຂົງເຂດສື່ມວນຊົນ:

  • ມີສື່ສິ່ງພິມທັງໝົດ 152 ສະບັບໜັງສືພິມມີ 33 ສະບັບ ໃນນັ້ນໜັງສືພິມລາຍວັນມີ 11 ສະບັບ, ວາລະສານມີ 115 ສະບັບ ແລະ ໃບຂ່າວມີ 4 ສະບັບ.
  • ສະຖານີວິທະຍຸກະຈາຍສຽງມີ 82 ສະຖານີໃນນັ້ນສູນກາງມີ 3 ສະຖານີ ແລະ ທ້ອງຖິ່ນມີ 79 ສະຖານີເພີ່ມຂຶ້ນ 12 ສະຖານີ ເມື່ອທຽບໃສ່ປີ 2016. ການກະຈາຍສຽງທາງພາກພື້ນດິນຂອງລະບົບເອເອັມ ແລະ ເອັຟເອັມ ກວມ 90% ຂອງພື້ນທີ່ທົ່ວປະເທດ. ການກະຈາຍຜ່ານດາວທຽມ ແລະ ອິນເຕີເນັດກວມ 100% ຂອງພື້ນທີ່ທົ່ວປະເທດ ແລະ ຫຼາຍປະເທດໃນໂລກ. ວິທະຍຸກະຈາຍສຽງແຫ່ງຊາດ, ນອກຈາກການກະຈາຍພາກພາສາລາວ, ພາສາຊົນເຜົ່າລາວ (ມົ້ງ ແລະ ກຶມມຸ) ແລ້ວ, ຍັງໄດ້ກະຈາຍເປັນພາສາຕ່າງປະເທດເຊັ່ນ: ຫວຽດນາມ, ອັງກິດ, ຝຣັ່ງ, ຂະແມ ແລະ ໄທ.
  • ສະຖານີໂທລະພາບ ມີ 45 ສະຖານີ ໃນນັ້ນສູນກາງມີ 6 ສະຖານີ ລວມທັງເອກະຊົນມີ 3 ສະຖານີ, ທ້ອງຖິ່ນມີ 39 ສະຖານີ ໃນນັ້ນມີໂທລະພາບດິຈິຕອນ 7 ສະຖານີ.ສາມາດແຜ່ພາບທາງພາກພື້ນດິນກວມ 80% ຂອງພື້ນທີ່ທົ່ວປະເທດ. ນອກນັ້ນ, ຍັງມີສະຖານີຖ່າຍທອດໂທລະພາບຫວຽດນາມ VTV4, ສະຖານີຖ່າຍທອດໂທລະພາບ ສປ ຈີນ CCTV4, CCTV News. ຢູ່ບັນດາຕົວເມືອງໃຫຍ່ໃນຂອບເຂດທົ່ວປະເທດໄດ້ມີການບໍລິ ການໂທລະພາບລະບົບໃຊ້ສາຍ ແລະ ໂທລະພາບດີຈີຕອນ ຊຶ່ງສາມາດຊົມລາຍການໂທລະພາບຂອງລາວ ແລະ ໂທລະພາບຕ່າງປະເທດໄດ້ເຖິງ 50 ກວ່າຊ່ອງ. ນອກຈາກນັ້ນ, ຍັງມີສື່ໃໝ່ (New Media) ໂດຍນຳໃຊ້ຄວາມກ້າວໜ້າທັນສະໄໝຂອງເຕັກໂນໂລຊີການສື່ສານສ້າງເວັບໄຊຂອງຕົນຂຶ້ນຢູ່ໃນລະບົບເຄືອຂ່າຍອິນເຕີເນັດ ອັນໄດ້ຊ່ວຍໃຫ້ການສົ່ງຂໍ້ມູນ-ຂ່າວສານອອກສູ່ພາຍໃນ ແລະ ຕ່າງປະເທດວ່ອງໄວ, ທັນການ ແລະ ກວ້າງຂວາງກວ່າເກົ່າ.
  • ລະບົບໂທລະໂຄ່ງ ໄດ້ຕິດຕັ້ງແລ້ວຈໍານວນ 5.918 ຊຸດໃນ 148 ເມືອງຢູ່ໃນຂອບເຂດທົ່ວປະເທດ. ສະເພາະໄລຍະ 2016-2020 ພາຍໃຕ້ການນໍາພາຂອງຄະນະພັກກະຊວງ ສື່ມວນຊົນລາວ ໃນຖານະເປັນກະບອກສຽງທີ່ແຫຼມຄົມ ແລະ ໄວ້ວາງໃຈຂອງພັກ-ລັດ ໃນການໂຄສະນາເຜີຍແຜ່ແນວທາງນະໂຍບາຍ, ມະຕິຂອງພັກ, ກົດໝາຍ ແລະແຜນພັດທະນາເສດຖະກິດ-ສັງຄົມ ຂອງລັດຖະບານ.

ອັນພົ້ນເດັ່ນ ແມ່ນໂຄສະນາຜົນສໍາເລັດໃນການປົກປັກຮັກສາ ແລະສ້າງສາ ພັດທະນາ ປະເທດຊາດໃນທຸກດ້ານ, ສ່ອງແສງ ເຫດການສໍາຄັນທີ່ເກີດຂຶ້ນຢູ່ພາຍໃນ ເປັນຕົ້ນ ສປປ ລາວ ໄດ້ເປັນປະທານ ຈັດກອງປະຊຸມສຸດຍອດອາຊຽນ ຄັ້ງທີ 28-29, ສະເຫຼີມສະຫຼອງວັນສ້າງຕັ້ງກອງທັບ ຄົບຮອບ 70 ປີ, ເມືອງ ວຽງໄຊຖານທີ່ໝັ້ນ ຂອງການປະຕິວັດຄົບຮອບ 50 ປີ, ຊຶ່ງໄດ້ສ້າງຄວາມເອກອ້າງທະນົງໃຈຕໍ່ ປະຊາຊົນລາວ ບັນດາເຜົ່າ ແລະ ຕ່າງປະເທດ.

ສື່ມວນຊົນລາວໄດ້ເປັນເຈົ້າການໃນການໂຄສະນາຕອບໂຕ້ນະໂຍບາຍ ຫັນປ່ຽນໂດຍສັນຕິ ຂອງສັດຕູທີ່ຫວັງມ້າງເພ ທໍາລາຍລະບອບປະຊາທິປະໄຕປະຊາຊົນ, ຕີຖອຍຖ້ອຍທໍານອງບິດເບືອນ ໃສ່ຮ້າຍປ້າຍສີຂອງກຸ່ມຄົນບໍ່ດີ ແລະ ອິດທິກໍາລັງປໍລະປັກຕໍ່ການນໍາພາຂອງພັກ-ລັດກໍ່ຄືໝາກຜົນໃນການປົກປັກຮັກສາ ແລະ ສ້າງສາພັດທະນາປະເທດຊາດເປັນຕົ້ນ ການສ້າງເຂື່ອນໄຟຟ້າ, ການສ້າງທາງລົດໄຟ ຄວາມໄວສູງລາວ-ຈີນ, ອອກຂ່າວບິດເບືອນຄວາມຈິງ, ຂ່າວປອມແລະພ້ອມທັງຕັ້ງຂໍ້ກ່າວຫາກ່ຽວກັບສິດທິມະນຸດ, ປະຊາທິປະໄຕ, ເຜົ່າ ແລະ ສາສະໜາ.

ສື່ມວນຊົນລາວໄດ້ເຮັດໜ້າທີ່ໃນນໍາພາຫາງສຽງສັງຄົມ ໃນການຕອບຕ້ານສະກັດກັ້ນປະກົດການຫຍໍ້ທໍ້ທາງດ້ານເສດຖະກິດ ແລະ ວັດທະນະທໍາ-ສັງຄົມເປັນຕົ້ນການແກ້ໄຂຜົນຮ້າຍຈາກເຂື່ອນໄຟຟ້າແຕກ, ໄພນໍ້າຖ້ວມແລະພະຍາດໂຄວິດ-19, ອັນໄດ້ສະແດງໃຫ້ເຫັນເຖິງຜົນສໍາເລັດຢ່າງ ເອກອ້າງ ແລະ ໜ້າເພິ່ງພໍໃຈ.

ຂົງເຂດການພິມຈຳໜ່າຍ

ໄດ້ມີການຂະຫຍາຍຕົວທາງດ້ານປະລິມານ ແລະ ຄຸນນະພາບ ໂດຍສະເພາະ ແມ່ນການຄຸ້ມຄອງ ວຽກງານການພີມຈໍາໜ່າຍ, ວັນນະຄະດີ ແລະ ຫໍສະໝຸດ ກ້າວໄປສູ່ຄວາມທັນສະໄໝ ເທື່ອລະກ້າວ; ໄດ້ເອົາໃຈໃສ່ຄົ້ນຄວ້າ ພິຈາລະນາອອກອະນຸຍາດສ້າງຕັ້ງ, ຄຸ້ມຄອງການແບ່ງຂັ້ນຄຸ້ມຄອງ; ອອກທະບຽນ, ຈັດທໍາ, ຈັດພິມປື້ມ, ວາລະສານວັນນະສິນ ແລະ ສິ່ງພິມອື່ນ; ຈັດຕັ້ງ ບັ້ນແຂ່ງຂັນ ກວດສອບ ວັນນະຄະດີ ເນື່ອງໃນໂອກາດວັນສໍາຄັນຂອງພັກຂອງຊາດ ແລະ ສາກົນ; ປົກປັກຮັກສາໜັງສືໃບລານ, ໜັງສືພັບສາ ພ້ອມທັງໄດ້ບັນທຶກໄວ້ໃນຮູບແບບໄມໂຄຣຟີມ, ເປີດເວັບໄຊ ເພື່ອໃຫ້ບໍລິການ; ຊຸກຍູ້, ສົ່ງເສີ່ມການອ່ານ ແລະ ການພິມຈໍາໜ່າຍໃຫ້ທຸກຊັ້ນຄົນໃນສັງຄົມ.

ໃນທ້າຍປີ 2019-ຕົ້ນປີ 2020 ໄດ້ຮ່ວມກັບພະແນກຖະແຫຼງຂ່າວ, ວັດທະນະທໍາ ແລະ ທ່ອງທ່ຽວ ນະຄອນ ຫຼວງວຽງຈັນ ແລະ ພະແນກການອື່ນທີ່ກ່ຽວຂ້ອງ ໃນການປະຕິບັດການສະກັດກັ້ນການນໍາເຂົ້າ ແລະ ຈໍາໜ່າຍປຶ້ມ  “ເບື້ອງຫຼັງເຫດການລົ້ມລ້າງລາດຊະວົງລາວ” ຊຶ່ງເປັນປຶ້ມທີ່ມີເນື້ອໃນບິດເບືອນຄວາມຈິງ ຂອງກຸ່ມຄົນບໍ່ດີ; ພ້ອມກັນນີ້ກໍ່ໄດ້ສຶກສາອົບຮົມຜູ້ປະກອບການດ້ານການພິມຈໍາໜ່າຍ ໃຫ້ດໍາເນີນ ກິດຈະການ, ການເຄື່ອນໄຫວຖືກຕ້ອງຕາມລະບຽບກົດໝາຍ.

ປະຈຸບັນ, ທົ່ວປະເທດມີໂຮງພິມ 84 ແຫ່ງ ຢູ່ສູນກາງ 7 ແຫ່ງ, ຢູ່ທ້ອງຖິ່ນ 77 ແຫ່ງ; ມີສຳນັກພິມ 17 ແຫ່ງ (ເປັນຂອງລັດ 02 ແຫ່ງ), ມີບໍລິສັດແປພາສາ 16 ແຫ່ງ (ເປັນຂອງເອກະຊົນ), ບໍລິສັດອອກແບບໂຄສະນາ 12 ແຫ່ງ (ເປັນຂອງເອກະຊົນ), ຮ້ານຈຳໜ່າຍປຶ້ມ ແລະ ສິ່ງພິມອື່ນ 16 ແຫ່ງ (ເປັນຂອງລັດ 01 ແຫ່ງ); ມີຫໍສະໝຸດ 99 ແຫ່ງ (ໃນນີ້ ຫໍສະໝຸດແຫ່ງຊາດ 1 ແຫ່ງ, ຫໍສະໝຸດປວງຊົນ 12 ແຫ່ງ, ຫໍສະໝຸດມະຫາວິທະຍາໄລ 5 ແຫ່ງ, ຫໍສະໝຸດວິທະຍາໄລ 61 ແຫ່ງ, ຫໍສະໝຸດສະເພາະ 20 ແຫ່ງ); ມີຫ້ອງອ່ານ 1.628 ຫ້ອງ, ຕູ້ສະໝຸດເຄື່ອນທີ່ 8.500 ຕູ້, ຖົງສະໝຸດເຄື່ອນທີ່ 8.585 ຖົງ, ລົດສະໝຸດເຄື່ອນທີ່ 5 ຄັນ (ຢູ່ສູນກາງ 2, ທ້ອງຖິ່ນ 3) ແລະ ເຮືອສະໝຸດເຄື່ອນທີ່ 3 ລໍາ (ຢູ່ທ້ອງຖິ່ນ); ປຶ້ມທີ່ຂຶ້ນທະບຽນພິມໃນປີ 2019 ມີ 225 ຫົວເລື່ອງ ຈໍານວນພິມ 2.453.400 ຫົວ (ບໍ່ນັບຈໍານວນພິມຜະລິດຕະພັນສິ່ງພິມອື່ນ), ປີ 2019 ຈັດພິມວາລະສານວັນນະສິນ 6 ສະບັບ ຈໍານວນ 6.000 ຫົວ, ພິມປຶ້ມ 3 ຫົວເລື່ອງ ຈໍານວນ 3.000 ຫົວ; ສະມາຄົມນັກປະພັນລາວ ພິມປຶ້ມ 12 ຫົວເລື່ອງ (ຈໍານວນ 12.000 ຫົວ).  

ປັດຈຸບັນມີນັກປະພັນ 161 ຄົນ (ຍິງ 30 ຄົນ), ແຕ່ປີ 1998 ມາເຖິງປັດຈຸບັນ, ມີນັກປະພັນທີ່ໄດ້ຮັບລາງວັນຊີໄຣ 22 ຄົນ (ຍິງ 03 ຄົນ), ໄດ້ຮັບລາງວັນແມ່ນ້ຳຂອງ 31 ຄົນ (ຍິງ 04 ຄົນ), ໄດ້ຮັບລາງວັນສິນໄຊ 25 ຄົນ (ຍິງ 02 ຄົນ), ລາງວັນສູນທອນພູ່ຂອງໄທ 1 ຄົນ (ເພດຍິງ), ລາງວັນນັກຂຽນໜຸ່ມອາຊຽນ 1 ຄົນ (ເພດຍິງ) ແລະ ລາງວັນອື່ນໆ ອີກ.

ສິລະປິນແຫ່ງຊາດສາຂາວັນນະກໍາ 10 ທ່ານ ຍິງ 01 ທ່ານ; ສິລະປິນດີເດັ່ນ ມີ 20 ທ່ານ ຍິງ 03 ທ່ານ.ນັ້ນຄືການກຳເນີດ ແລະ ເຕີບໃຫຍ່ຂະຫຍາຍຕົວຂອງວຽກງານສື່ມວນຊົນ ແລະ ການພິມຈຳໜ່າຍຕະຫຼອດໄລຍະ 70 ປີຜ່ານມາ.

ສະມາຄົມນັກຂ່າວແຫ່ງ ສປປ ລາວ, ສະມາຄົມນັກປະພັນ, ສະມາຄົມການພິມ ແລະ ສະມາຄົມຫໍສະໝຸດ ເປັນອົງການຈັດຕັ້ງການເມືອງ, ສັງຄົມ, ວິຊາຊີບຂອງຜູ້ເຮັດວຽກງານເຫຼົ່ານີ້ກໍໄດ້ສະແດງບົດບາດສໍາຄັນຂອງຕົນ ເພື່ອຊ່ວຍສະໜັບສະໜູນ ແລະ ຊຸກຍູ້ລັດກໍ່ຄືກະຊວງພວກເຮົາໃນການຄຸ້ມຄອງສື່ມວນຊົນ ແລະ ການພິມຈໍາໜ່າຍບົນພື້ນຖານເນື້ອໃນທີ່ໄດ້ກຳນົດໄວ້ໃນນິຕິກຳ ແລະ ກົດໝາຍຂອງສອງຂະແໜງການດັ່ງກ່າວ.

ສະມາຄົມນັກຂ່າວແຫ່ງ ສປປ ລາວ ໄດ້ຈັດຕັ້ງປະຕິບັດຕາມພາລະບົດບາດວຽກງານຂອງຕົນ ຮັບຜິດຊອບຢ່າງຕັ້ງໜ້າເປັນຕົ້ນ ການພົວພັນຮ່ວມມືກັບສະມາຄົມນັກຂ່າວ ກັບປະເທດໃຫ້ຄຽງ, ປະເທດເພື່ອນມິດ ແລະ ເຕົ້າ ໂຮມຄວາມສາມັກຄີ ບັນດານັກຂ່າວ ສື່ມວນຊົນພາຍໃນ. ນອກຈາກນີ້, ຍັງໄດ້ຈັດຕັ້ງສໍາມະນາ, ຝຶກອົບຮົມບຸກຄະລາກອນສື່ມວນຊົນ ກໍຄືຄະນະບັນນາທິການ, ນັກຂ່າວຢ່າງເປັນປົກຕິ ແລະ ຕໍ່ເນື່ອງ.  

ພິເສດ, ເພື່ອຈັດຕັ້ງຜັນຂະຫຍາຍກົດໝາຍວ່າດ້ວຍສື່ມວນຊົນ, ເພື່ອປະຕິບັດນະໂຍບາຍ ການຍ້ອງຍໍ ແກ່ຜູ້ມີຜົນງານດີເດັ່ນ ໃນປີນີ້ພວກເຮົາໄດ້ສໍາເລັດຮ່າງດໍາລັດວ່າດ້ວຍນາມມະຍົດນັກຂ່າວ ແລະ ໄດ້ສະເໜີໄປຕາມຂັ້ນຕອນ ແລະ ຄາດວ່າດໍາລັດດັ່ງກ່າວຈະອອກມາພາຍໃນປີນີ້. ຜູ້ມີຜົນງານ, ຜູ້ມີຜະລິດຕະພັນດີ່ເດັ່ນເປັນທີ່ຮັບຮູ້ ແລະ ໄດ້ຮັບຄວາມນິຍົມຈາກສັງຄົມຈະໄດ້ຮັບນາມມະຍົດເປັນນັກຂ່າວປະຊາຊົນ, ນັກຂ່າວພັດທະນາ ແລະ ນັກຂ່າວຕະລຸມບອນຕາມລໍາດັບ.

ໃນໂອກາດສະເຫຼີມສະຫຼອງວັນສື່ມວນຊົນ ແລະ ການພິມຈໍາໜ່າຍ ຄົບຮອບ 70 ປີນີ້ ຜູ້ທີ່ມີຜົນງານດີເດັ່ນໃນການເຮັດວຽກງານ ຖະແຫຼງຂ່າວ-ສື່ມວນຊົນ ແລະ ພິມຈໍາໜ່າຍ ຜູ້ທີ່ມີອາຍຸການ 35 ປີ ຂຶ້ນໄປ ຈະໄດ້ຮັບການຍ້ອງຍໍ. ນອກນັ້ນອົງການສື່ທີ່ປະກອບສ່ວນຢ່າງຕັ້ງໜ້າເຜີຍແຜ່ຂໍ້ມູນຂ່າວສານຕ້ານພະຍາດໂຄວິດ-19 ແລະ ໄພພິ ບັດທໍາມະຊາດ ຈະໄດ້ຮັບການຍ້ອງຍໍເຊັ່ນກັນ.

ພວກເຮົາສາມາດເວົ້າໄດ້ວ່າ ສື່ມວນຊົນ ແລະ ການພິມຈໍາໜ່າຍລາວທັງໝົດ ມີຜົນງານໃນການຮັບໃຊ້ໜ້າທີ່ການເມືອງ ຮັບປະກັນເປັນກະບອກສຽງຂອງພັກ-ລັດເປັນຢ່າງດີ ແລະ  ຍັງສາມາດຮັກສາມູນເຊື້ອປະຕິວັດຂອງຕົນໃນການເປັນຜູ້ແນະນໍາ, ນໍາພາຫາງສຽງ ແລະ ສ້າງຄວາມເຂົ້າໃຈທີ່ຖືກຕ້ອງ ໂດຍໄດ້ຮັບຄວາມເຊື່ອຖື  ໃນການສະ ໜອງຂໍ້ມູນຂ່າວສານ, ສາລະຄວາມຮູ້, ສາລະບັນເທີງໃຫ້ແກ່ເປົ້າໝາຍຂອງຕົນ ພ້ອມທັງສາມາດເຊື່ອມຕໍ່ຂໍ້ມູນຂ່າວສານໃນພາກພື້ນ ແລະ ສາກົນ. ເວົ້າລວມແລ້ວ, ສອງຂະແໜງການຂອງພວກເຮົາໄດ້ພັດທະນາ ແລະ ສ້າງຜະລິດຕະພັນໃໝ່ຫຼາກຫຼາຍຮູບແບບສີສັນ, ດຶງດູດຜູ້ອ່ານ, ຜູ້ຟັງ, ຜູ້ຊົມ ສາມາດເຂົ້າເຖິງຂໍ້ມູນຂ່າວສານເຫດການຕ່າງໆ ໄດ້ດີ, ວ່ອງ ໄວ, ໄດ້ຮັບຄວາມເຊື່ອຖື ແລະ ຄວາມໄວ້ເນື້ອເຊື່ອໃຈຈາກພັກ-ລັດ ແລະ ປະຊາຊົນ.

Medialaos MMD