ພະຍາດອັກເສບປອດຮ້າຍແຮງທີ່ເກີດຈາກເຊື້ອພະຍາດ “COVID-19” ເຊິ່ງອົງການອະນາໄມໂລກ (WHO) ກ່າວວ່າເຊື້ອພະຍາດ COVID-19 ແມ່ນສາເຫດມາຈາກໄຂ້ຫວັດທຳມະດາຈົນເຖິງໄວ ຣັດ SARS ດ້ວຍອາການເລີ່ມຕົ້ນຈາກໄຂ້, ໄອ, ໝາກໄຂ່ຫຼັງຊຸດໂຊມ ແລະ ໃນທີ່ສຸດກໍ່ຈະເສຍຊີວິດ.
ອາການທີ່ສັງເກດເຫັນຄັ້ງທຳອິດຂອງ COVID-19 ມີດັ່ງນີ້:
- ໄຂ້
- ໄອແຫ້ງ
- ເຈັບຄໍ
- ນໍ້າມູກໄຫຼ ແລະ ຈາມ
- ເມື່ອຍ
- ຖອກທ້ອງ
ຄຳແນະນຳສຳລັບຄົນທີ່ເດີນທາງໄປຕ່າງປະເທດ
- ຫຼີກລ້ຽງການຢູ່ໃນສະຖານທີ່ແອອັດ ແລະ ການຢູ່ກັບຄົນຫຼາຍໆ
- ບໍ່ໃຊ້ສິ່ງຂອງກັບຜູ້ອື່ນເຊັ່ນ: ຜ້າເຊັດມື, ແວ່ນຕາ ແລະ ອື່ນໆ
- ເຮັດໃຫ້ຮ່າງກາຍອົບອຸ່ນເລື້ອຍໆ ລະມັດລະວັງຢ່າໃຫ້ເປັນໄຂ້ຫວັດ
- ໃສ່ໜ້າກາກອະນາໄມເມື່ອຈຳເປັນ ຫຼື ເດີນທາງໄປບ່ອນຄົນຫຼາຍໆ
- ກິນອາຫານທີ່ປຸງແຕ່ງສຸກໆ ໃໝ່ໆ
ຢ່າລືມສັງເກດເບິ່ງຕົນເອງ ຖ້າມີອາການຂ້າງເທິງ ຄວນຮີບຟ້າວໄປພົບແພດເພື່ອຮັກສາໃຫ້ທັນເວລາ