ຄະນະສະເພາະກິດ ເພື່ອປ້ອງກັນ ຄວບຄຸມ ແລະ ແກ້ໄຂ ພະຍາດອັກເສບປອດທີ່ເກີດຈາກເຊື້ອຈຸລະໂລກສາຍພັນໃໝ່ ໂຄວິດ -19 (COVID-19) ຮຽກຮ້ອງໃຫ້ທຸກພາກສ່ວນທົ່ວສັງຄົມເປັນເຈົ້າການເຂັ້ມງວດ ໃນການປະຕິບັດມາດຕະການປ້ອງກັນພະຍາດໂຄວິດ -19 ແລະ ຮຽກຮ້ອງຜູ້ທີ່ເດິນທາງມາຈາກເຂດລະບາດພະຍາດໂຄວິດ -19 ເຂັ້ມງວດການປະຕິບັດຈຳກັດບໍລິເວນຕົນເອງຕາມຄຳແນະນຳ ແລະ ສະຖານທີ່ ທີ່ເຈົ້າໜ້າທີ່ຈັດສັນໄວ້. ສ່ວນຜູ້ຕິດເຊື້ອທັງ 3 ກໍລະນີ ປະຈຸບັນແມ່ນສືບຕໍ່ປິ່ນປົວຢູ່ໂຮງໝໍມິດຕະພາບ.
ໃນວັນທີ 17 ສິງຫາ 2020 ທ່ານ ດຣ. ສີສະຫວາດ ສຸດທານີລະໄຊ ຮອງຫົວໜ້າກົມຄວບຄຸມພະຍາດຕິດຕໍ່, ກະຊວງສາທາລະນະສຸກ ໄດ້ຖະແຫຼງຂ່າວວ່າ: ທົ່ວໂລກມີການລາຍງານການລະບາດ ທັງໝົດ 213 ປະເທດ/ເຂດ; ເຊິ່ງມີການຢັ້ງຢືນຜູ້ຕິດເຊື້ອພະຍາດ COVID-19 ແມ່ນ 21,813,235 ຄົນ; ເສຍຊິວິດ 772,624 ຄົນ ເຊິ່ງກວມເອົາ 3.54 % ຂອງຜູ້ຕິດເຊື້ອທັງໝົດ; ປີ່ນປົວຫາຍດີດີ 14,547,372 ຄົນ ເຊິ່ງກວມເອົາ 66.6 % ຂອງຜູ້ຕິດເຊື້ອທັງໝົດ.
ສໍາລັບການເຝົ້າລະວັງ COVID-19 ຢູ່ ສປປ ລາວ ຮອດ 5 ໂມງແລງ ຂອງວັນທີ 16 ສິງຫາ 2020 ການຕິດຕາມຜູ້ເດີນທາງຈາກຈຸດຜ່ານແດນຕ່າງໆທົ່ວປະເທດມີຜູ້ເດີນທາງເຂົ້າມາມີທັງໝົດ 2,062 ຄົນ ຄື:
- ໃນນັ້ນຈຸດຜ່ານດ່ານ ລາວ-ໄທ 1,315 ຄົນ (ແຮງງານລາວກັບມາແຕ່ໄທ 71 ຄົນ);
- ຈຸດຜ່ານດ່ານ ລາວ-ຈີນ 15 ຄົນ,ໃນນີ້ມີແຮງງານລາວ 05 ຄົນ, ເຫຼືອນັ້ນ ແມ່ນຄົນຂັບລົດສົ່ງສິນຄ້າ;
- ຈຸດຜ່ານດ່ານ ລາວ-ຫວຽດນາມ 731 ຄົນ, ໃນນີ້ມີນັກສຶກສາລາວຜ່ານເຂົ້າມາໂດຍໄດ້ຮັບອະນຸຍາດຈາກຄະນະສະເພາະກິດທັງໝົດ 06 ຄົນ ຜ່ານດ່ານນໍ້າພາວ ແຂວງ ບໍລິຄໍາໄຊ, ເຫຼືອນັ້ນ ແມ່ນຄົນຂັບລົດສົ່ງສິນຄ້າ ແລະ ຜູ້ຕິດຕາມ;
- ຈຸດຜ່ານດ່ານ ລາວ-ກຳປູເຈຍ 01 ຄົນ, ແມ່ນຄົນຈີນ;
- ເດີນທາງຜ່ານ ສະໜາມບິນສາກົນວັດໄຕ 00 ຄົນ;
- ທຸກຄົນແມ່ນໄດ້ແທກອຸນຫະພູມຮ່າງກາຍ, ແຕ່ບໍ່ພົບຜູ້ມີອາການເປັນໄຂ້ ແລະ ໄດ້ເກັບຕົວຢ່າງທຸກໆຄົນມາກວດ (ຍົກເວັ້ນແຕ່ຜູ້ຂັບລົດຂົນສົ່ງ ແລະ ຜູ້ຕິດຕາມ) ແລ້ວຈຶ່ງນຳສົ່ງໄປຫາສະຖານທີ່ຈຳກັດບໍລິເວນທີ່ກຳນົດໄວ້ຈົນກວ່າຈະຄົບກຳນົດ 14 ວັນ.
ປະຈຸບັນທົ່ວປະເທດ ສູນຈໍາກັດບໍລິເວນທີ່ຍັງເປີດຢູ່ມີ ທັງໝົດ 53 ສູນ, ມີຜູ້ຖືກຈຳກັດບໍລິເວນຢູ່ສູນ 3,678 ຄົນ, ໄດ້ເກັບຕົວຢ່າງມາກວດວິເຄາະທັງໝົດ ແລະ ບໍ່ພົບຜູ້ຕິດເຊື້ອ.
ການເກັບຕົວຢ່າງມາກວດວິເຄາະ ແລະ ຄົ້ນຫາຜູ້ຕິດເຊື້ອພະຍາດໃນວັນທີ 16 ສິງຫາ 2020, ໄດ້ເກັບຕົວຢ່າງມາກວດວິເຄາະທັງໝົດ 322 ຄົນ, ໃນນັ້ນແຮງງານລາວມາແຕ່ໄທ 215 ຕົວຢ່າງ ແລະ ບຸກຄົນທົ່ວໄປທີ່ບໍ່ມີອາການ107 ຕົວຢ່າງ; ຜົນກວດວິເຄາະທັງໝົດແມ່ນ ບໍ່ພົບເຊື້ອ. ກວດພົບເຊື້ອສະສົມ 22 ຄົນ.
Medialaos MMD