ພິທີສະເຫຼີມສະຫຼອງວັນສ້າງຕັ້ງວິທະຍຸກະຈາຍສຽງແຫ່ງຊາດລາວ (ວສລ), ກະຊວງຖະ ແຫຼງຂ່າວ, ວັດທະນະທໍາ ແລະ ທ່ອງທ່ຽວ (ຖວທ) ຄົບຮອບ 60 ປີ (13/8/1960-13/8/2020) ໄດ້ຈັດຂຶ້ນຢ່າງເປັນທາງການໃນວັນທີ 19 ສິງຫານີ້ ທີ່ ວສລ ໂດຍການເປັນກຽດເຂົ້າຮ່ວມຂອງ ທ່ານ ກິແກ້ວ ໄຂຄໍາພິທູນ ຄະນະເລຂາທິການສູນກາງພັກລັດຖະມົນຕີກະຊວງ ຖວທ ພ້ອມດ້ວຍບັນດາຮອງລັດຖະ ມົນຕີ, ທ່ານ ໂພສີ ແກ້ວມະນີວົງ ກໍາມະການໃນຄະນະພັກກະຊວງ ເລຂາຄະນະພັກຮາກຖານ ຜູ້ອຳນວຍການໃຫຍ່ວິທະ ຍຸກະຈາຍສຽງແຫ່ງຊາດລາວ, ມີບັນດາພະນັກງານການນຳ ວິຊາການ, ພະນັກງານອາວຸໂສບໍານານ ແລະ ແຂກຖືກເຊີນ ເຂົ້າຮ່ວມ.

ທ່ານ ໂພສີ ແກ້ວມະນີວົງ ໄດ້ຫວນຄືນມູນເຊື້ອການກໍາເນີດ ແລະ ເຕີບໃຫຍ່ຂະຫຍາຍຕົວຂອງ ວສລ ຕະ ຫຼອດໄລຍະ 60 ປີ ໃນໄລຍະຜ່ານມາ. ທ່ານໄດ້ຍົກໃຫ້ເຫັນວ່າ: ວສລ ໄດ້ຮັບການສ້າງຕັ້ງຂຶ້ນໃນວັນທີ 13 ສິງຫາ 1960 ທີ່ເມືອງວຽງໄຊ, ແຂວງຫົວພັນ, ເມື່ອກ່ອນເອີ້ນວ່າວິທະຍຸກະຈາຍສຽງຝ່າຍປະເທດລາວ ໄດ້ກາຍເປັນກະບອກສຽງອັນແຫຼມຄົມ ແລະ ມີປະສິດທິພາບສູງຂອງສູນກາງພັກ ກໍຄື ແນວລາວອິດສະຫຼະ ຫຼື ແນວລາວສ້າງຊາດໃນປັດຈຸບັນ, ໂດຍໄດ້ເຮັດໜ້າທີ່ຂົນຂວາຍປຸກລະດົມປະຊາຊົນລາວບັນດາເຜົ່າເຂົ້າຮ່ວມການປະຕິວັດຕ້ານການຮຸກຮານຂອງພວກລ່າເມືອງຂຶ້ນແບບໃໝ່ ແລະ ໄດ້ກະຈາຍຂ່າວໄຊຊະນະໃນບັ້ນຮົບຕ່າງໆ, ອັນໄດ້ປະກອບສ່ວນຢ່າງໃຫຍ່ຫຼວງໃນພາລະກິດປົດປ່ອຍປະເທດຊາດຈົນໄດ້ຮັບຜົນສຳເລັດຢ່າງສະຫງ່າຜ່າເຜີຍໃນວັນທີ 2 ທັນວາ ປີ 1975.

ຜູ້ອໍານວຍການໃຫຍ່ ວສລ ຍົກໃຫ້ເຫັນຕື່ມວ່າ: ພາຍຫຼັງປະເທດຊາດໄດ້ຮັບການປົດປ່ອຍ ວິທະຍຸກະຈາຍສຽງຝ່າຍປະເທດລາວ ໄດ້ຍົກຍ້າຍສໍານັກງານມາຢູ່ວຽງຈັນ ແລະ ປ່ຽນຊື່ມາເປັນວິທະຍຸກະຈາຍສຽງແຫ່ງຊາດລາວຈົນເຖິງປັດຈຸບັນນີ້. ເວົ້າລວມແລ້ວ, ນັບແຕ່ມື້ປົດປ່ອຍມາຮອດປັດຈຸບັນ, ວິທະຍຸກະຈາຍສຽງແຫ່ງຊາດລາວຍັງເປັນສື່ທີ່ນຳໜ້າໃນການເຮັດໜ້າທີ່ໂຄສະນາເຜີຍແຜ່ແນວທາງຂອງພັກ, ການປົກປັກຮັກສາ ແລະ ພັດທະນາປະເທດຊາດຂອງປວງຊົນລາວ ດ້ວຍການລາຍງານຂ່າວທີ່ມີທັງພາສາລາວ ແລະ ພາສາຊົນເຜົ່າ ຄື: ພາສາມົ້ງ ແລະ ພາສາກຶມມຸ. ນອກນີ້ ຍັງມີອີກ 6 ພາສາຕ່າງປະເທດ ຄື: ຫວຽດນາມ, ຂະແມ, ໄທ, ຝຣັ່ງ, ອັງກິດ ແລະ ພາສາຈີນ, ພ້ອມທັງໄດ້ຍົກລະດັບຄວາມແຮງຂອງເຄື່ອງສົ່ງລະບົບ AM ຄື້ນກາງຈາກ 10 ມາເປັນ 150 ກິໂລວັດ ແລະ ຈາກ 150 ມາເປັນ 200 ກິໂລວັດ ຕາມລໍາດັບ, ຍົກກໍາລັງສົ່ງຄື້ນສັ້ນຈາກ 25 ມາເປັນ 50 ກິໂລວັດ, ສ່ວນຄື້ນ FM ມາຮອດປັດຈຸບັນມີທັງໝົດ 5 ຄື້ນ, ສົ່ງລາຍການວິທະຍຸຜ່ານດາວທຽມ,ສ້າງເວບໄຊ ເປັນຂອງຕົນເອງ ຊຶ່ງສາມາດລົງຂ່າວ, ລົງເຄື່ອນໄຫວວຽກສໍາຄັນຕ່າງໆ , ອອກອາກາດແບບອອນລາຍຜ່ານວິທະຍຸອິນເຕີເນັດ ແລະ ອອນລາຍຜ່ານສື່ໃໝ່ທີ່ສາມາດຮັບຟັງໄດ້ທົ່ວໂລກ. ມີສະຖານີເຄືອຂ່າຍສົ່ງສັນຍານຕໍ່ຢູ່ແຂວງຫຼວງພະບາງ ແລະ ປາກຊ່ອງ ແຂວງຈຳປາສັກ ແລະ ພວມກຳລັງສືບຕໍ່ອີກ 2 ແຫ່ງຢູ່ແຂວງອຸດົມໄຊ ແລະ ແຂວງສະຫວັນນະເຂດ ດ້ວຍການຊ່ວຍເຫຼືອຂອງລັດຖະບານ ສສ ຫວຽດນາມ.

ປັດຈຸບັນ ຄື້ນສັນຍານຂອງວິທະຍຸລະບົບສົ່ງທາງພາກພື້ນດິນສາມາດປົກຄຸມພື້ນທີ່ໄດ້ຫຼາຍກ່ວາ 90% ຂອງພື້ນທີ່ທົ່ວປະເທດ, ສ່ວນລະບົບດາວທຽມ, ລະບົບອິນເຕີເນັດແລະລະບົບສື່ໃໝ່ສາມາດ ກວມເອົາ 100% ຂອງພື້ນທີ່ທົ່ວປະເທດ ແລະ ໃນໂລກ. ດ້ານເນື້ອໃນລາຍການ ໄດ້ຮັບການປັບປຸງໃຫ້ມີຫຼາກຫຼາຍລາຍການທີ່ມີເນື້ອຫາສາລະຄະດີ, ສາມາດໃຫ້ຂໍ້ມູນຂ່າວສານ,ໃຫ້ຄວາມຮູ້ແກ່ສັງຄົມໄດ້ດີ. ປັດຈຸບັນ ມີ 100 ກ່ວາລາຍການ, ກະຈາຍອອກອາກາດ 70 ຊົ່ວໂມງຕໍ່ວັນ. ສໍາລັບລາຍການທີ່ໄດ້ຮັບຄວາມນິຍົມຫຼາຍ ນອກຈາກພາກຂ່າວທົ່ວໄປ ຍັງມີລາຍການຜັນຂະຫຍາຍມະຕິກອງປະຊຸມໃຫຍ່ຂອງພັກ, ລາຍການຂັບຂີ່ປອດໄພ, ລາຍການຮອບບ້ານຜ່ານເມືອງ, ລາຍການຍົກບັນຫາມາສົນທະນາ, ລາຍການລົມທົ່ວທິດຮັບອາລຸນ, ລາຍການເປົ້າໝາຍໃຫ້ສາລະໜ້າຮູ້ ແລະ ການບັນເທີງອື່ນໆ. ເພື່ອແນໃສ່ເຮັດໃຫ້ເປັນສື່ໜຶ່ງທີ່ນໍາໜ້າໃນການໃຫ້ຂໍ້ມູນຂ່າວສານແກ່ສັງຄົມ ໃຫ້ສົມຄໍາຂວັນຂອງພວກເຮົາທີ່ວ່າ “ ວິທະຍຸກະຈາຍສຽງແຫ່ງຊາດລາວ ໃຫ້ຂໍ້ມູນຂ່າວສານ ທັນຍຸກທັນເຫດການ ໃຫ້ຄວາມສຸກສໍາລານ ແກ່ທຸກໆທ່ານ”.

ໃນໂອກາດດັ່ງກ່າວ, ທ່ານ ກິແກ້ວ ໄຂຄໍາພິທູນ ໄດ້ໃຫ້ກຽດໂອ້ລົມ ຊຶ່ງກ່ອນອື່ນທ່ານໄດ້ສະແດງຄວາມຍ້ອງຍໍສັນລະເສີນ ນັກຂ່າວ-ໂຄສົກ, ນັກຈັດລາຍການ, ນາຍຊ່າງເຕັກນິກ ແລະ ພະນັກງານທີ່ເຮັດວຽກຈັດຕັ້ງບໍລິຫານທຸກໆຄົນ ທີ່ໄດ້ຜ່ານຜ່າທຸກຄວາມຫຍຸ້ງຍາກ ສຸມທຸກເຫື່ອແຮງມັນສະໝອງເພື່ອຜະລິດຂ່າວ-ບົດ ແລະ ລາຍການທີ່ມີຄຸນນະພາບນັບມື້ນັບສູງ ແລະ ເຮັດໃຫ້ກະແສສຽງໄປເຖິງຜູ້ຟັງທັງພາຍໃນ ແລະ ນອກປະເທດຢ່າງຊັດເຈນ ເພື່ອຮັບໃຊ້ພາລະກິດທີ່ມີກຽດສະຫງ່າຂອງພັກ ຕະຫຼອດໄລຍະ 60 ປີຜ່ານມາ.
ພ້ອມນີ້ ທ່ານຍັງໄດ້ເນັ້ນໜັກໃຫ້ ວສລ ສືບຕໍ່ປັບປຸງຫຼາຍວຽກງານໃຫ້ດີຂຶ້ນ ເປັນຕົ້ນ ການເອົາໃຈໃສ່ບຳລຸງຍົກລະດັບທິດສະດີການເມືອງ, ແນວທາງນະໂຍບາຍຂອງພັກ ແຜນພັດທະນາເສດຖະກິດສັງຄົມຂອງລັດໃນແຕ່ລະໄລຍະລວມທັງລະບຽບກົດໝາຍຕ່າງໆໃຫ້ນັກຂ່າວ-ໂຄສົກ ນັກຈັດລາຍການໃຫ້ຫຼາຍຂຶ້ນອີກ, ເນື້ອໃນຂອງຂ່າວ, ບົດ ແລະ ລາຍການ ຕ້ອງໜັກແໜ້ນແຫຼມຄົມ, ໜ້າສົນໃຈ, ວ່ອງໄວ ແລະ ຖືກຕ້ອງເຊື່ອຖືໄດ້, ຄຽງຄູ່ກັນນີ້ ຕ້ອງນຳໃຊ້ທັງສື່ດັ່ງເດີມ ແລະ ສື່ໃໝ່ໄປຄຽງຄູ່ກັນ ເພື່ອໂຄສະນາຕອບຕ້ານຂ່າວເສລີ ຂ່າວປອມ ຂ່າວໃສ່ຮ້າຍປ້າຍສີຕ່າງໆ, ສ້າງພະນັກງານສືບທອດທີ່ເກັ່ງມີຄຸນນະພາບສູງ, ສືບຕໍ່ສ້ອມແປງອຸປະກອນເຕັກນິກທີ່ໃຊ້ງານມາດົນໃຫ້ສາມາດໃຊ້ງານໄດ້ ແລະ ຮັບປະກັນ ແລະ ບັນຫາອື່ນໆ ຕື່ມອີກ.
Medialaos MMD (ແຫຼ່ງຂໍ້ມູນຈາກ: ໜັງສືພິມ ປະຊາຊົນ)