ຄວນກວດເບິ່ງສະພາບລົດກ່ອນເດີນທາງເພື່ອຄວາມປອດໄພມີ 5 ຢ່າງທີ່ຄວນກວດສອບ ມີຫັຍງແດ່ເບິ່ງໄປນຳກັນເລີຍ!
1. ຢາງລົດ
ຢາງລົດແມ່ນປັດໃຈສຳຄັນອີກຢ່າງໜຶ່ງທີ່ບໍ່ຄວນເບິ່ງຂ້າມໃນການເດີນທາງແຕ່ລະຄັ້ງ ຕ້ອງກວດກາຄວາມດັນຂອງລົມລົດ ດອກຢາງລົດໄປຈົນເຖິງການຮົ່ວຊືມຕ່າງໆ ເພື່ອປ້ອງກັນບໍ່ໃຫ້ມີການຮົ່ວຊືມ ແລະ ມື່ນໄຫຼ ເຊິ່ງຈະເກີດຂື້ນຕາມເສັ້ນທາງ.
2. ເບກ
ກວດກາເບກລົດວ່າມີຄວາມຜິດປົກກະຕິ ຫຼື ບໍ່? ບັນຫາຫຼັກໆ ທີ່ມັກພົບສ່ວນຫຼາຍແມ່ນມາຈາກເບກມີສຽງດັງ ຍ້ອນວ່າແຜ່ນເບກໃກ້ຈະໝົດ ຫຼື ເບກແຂງ ເມື່ອຢຽບເບກຈະເຮັດໃຫ້ມີຄວາມຮູ້ສຶກຕ້ອງການໃຊ້ແຮງດັນຫຼາຍກ່ວາປົກກະຕິ.
3.ໝໍ້ນໍ້າ ແລະ ທໍ່ຢາງ
ຕ້ອງຮັບປະກັນວ່າໝໍ້ນໍ້າສະອາດ ບໍ່ມີຂີ້ຝຸ່ນ ສ່ວນທໍ່ຢາງ ແລະ ອຸປະກອນຕ່າງໆ ຕ້ອງເປັນລະບຽບ ຮຽບຮ້ອຍ.
4. ແບັດເຕີຣີ
ຫມໍ້ໄຟແບັດເຕີຣີແມ່ນຂື້ນກັບການໃຊ້ງານຂອງແຕ່ລະຄົນ ຄວນໝັ່ນກວດເຊັກແບັດເຕີຣີຢູ່ສະເໝີ ເພື່ອປ້ອງກັນບັນຫາແບັດເຕີຣີໝົດໃນເວລາເດີນທາງ.
5. ນໍ້າມັນເຄື່ອງ
ນໍ້າມັນເຄື່ອງຄວນໄດ້ຮັບການກວດກາເປັນປະຈຳ ເພາະວ່າຈະຊ່ວຍໃຫ້ເຄື່ອງຈັກເຮັດວຽກໄດ້ມີປະສິດທິພາບ ຄວນປ່ຽນໃໝ່ເມື່ອຮອດໄລຍະເວລາທີ່ກຳນົດ.
ສິ່ງທີ່ສຳຄັນກວ່ານັ້ນຢ່າລືມຕິດກ້ອງລົດເພື່ອເປັນພະຍານສຳຄັນກ່ອນເວລາເດີນທາງ.