ສປປ ລາວ ໄດ້ເປັນເຈົ້າ ພາບຈັດກອງປະຊຸມຜູ້ນໍາຂອບການຮ່ວມມືແມ່ນໍ້າຂອງ-ແມ່ນໍ້າລ້ານຊ້າງ ຄັ້ງທີ 3 ໃນຮູບແບບກອງປະຊຸມທາງໄກ ໂດຍການເປັນປະທານຮ່ວມຂອງ ພະນະທ່ານ ທອງລຸນ ສີສຸລິດ ນາຍົກລັດຖະມົນຕີ ແຫ່ງ ສປປ ລາວ ແລະ ພະນະທ່ານ ຫຼີ ເຄີ້ສຽງ ນາຍົກລັດຖະມົນຕີ ແຫ່ງ ສປ ຈີນ, ພາຍໃຕ້ຄໍາຂວັນ “ເພີ່ມ ທະວີການຮ່ວມມື ເພື່ອຄວາມ ສົມບູນພູນສຸກຮ່ວມກັນ” (Enhancing Partnership for Shared Prosperity) ຂຶ້ນໃນຕອນເຊົ້າວັນທີ 24 ສິງຫາ 2020.

ກອງປະຊຸມຄັ້ງນີ້ ບັນດາຜູ້ນໍາຂອບການຮ່ວມມືແມ່ນໍ້າຂອງ-ແມ່ນໍ້າລ້ານຊ້າງ ທັງ 6 ປະເທດລວມມີ ກຳປູເຈຍ, ສປ ຈີນ, ສປປ ລາວ, ມຽນມາ, ໄທ ແລະ ຫວຽດນາມ ໄດ້ທົບ ທວນຄືນໝາກຜົນຂອງການຮ່ວມມືໃນໄລຍະ 5 ປີ ຜ່ານມານັບແຕ່ໄດ້ຮັບການສ້າງຂຶ້ນໃນປີ 2015 ຊຶ່ງເຫັນວ່າຜ່ານການຈັດຕັ້ງບັນດາແຜນງານ ແລະ ໂຄງການຕ່າງໆພາຍໃຕ້ຖະແຫຼງການຊັນຍາ, ຖະແຫຼງການພະນົມເປັນ ທີ່ໄດ້ຮັບຮອງເອົາຢູ່ໃນກອງປະຊຸມຜູ້ນໍາຂອບການຮ່ວມມືແມ່ນໍ້າຂອງ-ແມ່ນໍ້າລ້ານຊ້າງ ຄັ້ງທີ 1 ແລະ ຄັ້ງທີ 2 ໄດ້ມີຄວາມຄືບໜ້າຢ່າງເປັນຮູບປະທຳ ຫຼາຍດ້ານເຮັດໃຫ້ຂອບການຮ່ວມມືດັ່ງກ່າວໄດ້ເຕີບໃຫຍ່ຂະຫຍາຍສູ່ລວງກວ້າງ ແລະ ລວງເລິກ ຢ່າງໄວວາ.

ພ້ອມດຽວກັນນັ້ນ, ບັນດາຜູ້ນຳ ໄດ້ ຕີລາຄາສູງຕໍ່ໝາກຜົນການ ຈັດຕັ້ງປະຕິບັດແຜນປະຕິບັດງານ 5 ປີ ຂອບການຮ່ວມມືແມ່ນໍ້າຂອງ-ແມ່ນໍ້າລ້ານຊ້າງ (2018-2022) ໃນໄລຍະ 2 ປີກ່ວາຜ່ານມາ ກໍຄືບັນດາໂຄງການຊ່ວຍເຫຼືອພາຍໃຕ້ກອງທຶນພິເສດແມ່ນໍ້າຂອງ-ແມ່ນໍ້າລ້າງຊ້າງ ທີ່ໄດ້ຮັບການສະໜັບສະໜູນທຶນຈາກ ສປ ຈີນ ຈໍານວນ 300 ລ້ານໂດລາ ຊຶ່ງໄດ້ປະກອບສ່ວນຢ່າງຕັ້ງໜ້າເຂົ້າໃນການພັດທະນາເສດຖະກິດ-ສັງຄົມ ຢູ່ພາກພື້ນແມ່ນໍ້າຂອງ. ໃນນີ້, ຫຼາຍໂຄງການທີ່ໄດ້ຈັດຕັ້ງປະຕິບັດຢູ່ ສປປ ລາວ ແມ່ນໄດ້ຮັບຜົນເປັນຢ່າງດີເປັນຕົ້ນແມ່ນໃນຂົງເຂດການພັດທະນາພື້ນຖານໂຄງລ່າງ, ພັດທະນາຊົນນະບົດ ແລະ ການລຶບລ້າງຄວາມທຸກຍາກ.
ໃນໂອກາດດຽວກັນນີ້, ບັນດາຜູ້ນຳຍັງໄດ້ແລກປ່ຽນຄຳຄິດຄຳເຫັນ ແລະ ປຶກສາຫາລື ທິດທາງການຮ່ວມມືໃນຕໍ່ໜ້າຫຼາຍບັນຫາ, ໜຶ່ງໃນນັ້ນແມ່ນການເພີ່ມທະວີຮ່ວມມືກັນໃນຕໍ່ຫນ້າເພື່ອຕໍ່ສູ້ກັບພະຍາດໂຄວິດ-19 ແລະ ວາງທິດທາງ ຟື້ນຟູເສດຖະກິດ-ສັງຄົມ ຕໍ່ໜ້າສະພາບທີ່ພະຍາດຮ້າຍແຮງດັ່ງກ່າວຍັງສືບຕໍ່ແຜ່ລະບາດຢູ່ຫຼາຍພາກພື້ນລວມທັງພາກພື້ນແມ່ນໍ້າຂອງ ພ້ອມດຽວກັນ ນີ້, ກໍໄດ້ສະແດງຄວາມຊົມ ເຊີຍຕໍ່ປະເທດສະມາຊິກ ທີ່ໄດ້ດໍາເນີນມາດຕະການສະກັດກັ້ນ ແລະ ຄວບຄຸມການແຜ່ລະບາດຂອງພະຍາດໂຄວິດ-19 ໄດ້ຢ່າງທັນການ ແລະ ມີປະສິດທິຜົນ, ພ້ອມທັງສະແດງຄວາມຂອບໃຈ ຕໍ່ ສປ ຈີນ ທີ່ໄດ້ ໃຫ້ການຮ່ວມມື ແລະ ການສະ ໜັບສະໜູນດ້ານອຸປະກອນ ແລະ ວິຊາການໃຫ້ແກ່ບັນດາປະເທດແມ່ນໍ້າຂອງ ລວມທັງ ສປປ ລາວ.

ກອງປະຊຸມຄັ້ງນີ້ໄດ້ຮັບ ຮອງເອົາຖະແຫຼງການວຽງຈັນ (Vientiane Declaration) ແລະ ເອກະສານກ່ຽວຂ້ອງຈໍານວນໜຶ່ງ ເພື່ອເປັນບ່ອນອີງສຳຄັນໃຫ້ແກ່ການຮ່ວມມືລະຫວ່າງປະເທດແມ່ນໍ້າຂອງ ແລະ ສປ ຈີນ ກໍຄືຂອບການຮ່ວມມືແມ່ນໍ້າຂອງ-ແມ່ນໍ້າລ້ານຊ້າງໃນອະນາຄົດ. ໃນຕອນທ້າຍຂອງກອງປະຊຸມ, ບັນດາຜູ້ນຳໄດ້ສະແດງຄວາມຊົມເຊີຍຕໍ່ຜົນສຳເລັດຢ່າງຈົບງາມໃນການປະຕິບັດໜ້າທີ່ການເປັນປະທານຮ່ວມຂອງ ສປປ ລາວ (2018-2020) ແລະ ໄດ້ສົ່ງມອບໜ້າທີ່ໃຫ້ ສສ.ມຽນມາ ເພື່ອສືບຕໍ່ເປັນປະທານຮ່ວມ ກັບ ສປ ຈີນ ໃນໄລຍະ 2 ປີຂ້າງໜ້າ.
ຂ່າວ : ກົມເສດຖະກິດ, ກະຊວງການຕ່າງປະເທດ