ເມື່ອທ່ານຕ້ອງໃສ່ຜ້າປິດປາກ-ປິດດັງ ຫຼື ຕ້ອງໄດ້ແຕ່ງໜ້າທຸກໆ ມື້ຫຼາຍຄົນໃນຊ່ວງເວລານີ້ມັກຈະພົບກັບບັນຫາເຄື່ອງສໍາອາງເປື້ອນ ຫຼຶື ເຄື່ອງສຳອາງຫຼຸດຕິດຜ້າປິດປາກ-ປິດດັງຕະຫຼອດ ຖ້າເອົາຜ້າປິດປາກ-ປິດດັງອອກເທື່ອໃດເຄື່ອງສຳອາງຈະຕິດໃສ່ຜ້າປິດປາກ-ປິດດັງ ຫຼາຍກ່ອນຕິດຢູ່ໜ້າ! ມື້ນີ້ພວກເຮົາມີວິທີມາແນະນຳສາວໆ ເພື່ອບໍ່ໃຫ້ເຄື່ອງສຳອາງຕິດຜ້າປິດປາກ-ປິດດັງ ມາໃຫ້ເບີ່ງໄປຕິດຕາມນຳກັນເລີຍ!.
ເຮົາມັກເອີ້ນກັນວ່າການປ້ອງກັນຂີ້ຝຸ່ນ ຫຼື ໄວຣັດ ແຕ່ຢ່າລືມປ້ອງກັນການແຕ່ງໜ້າຂອງເຮົານຳ ເພາະການແຕ່ງໜ້າຕະຫຼອດເວລາ ເຄື່ອງສຳອາງລາຄາແພງ ຖ້າເປີດຜ້າປິດປາກ-ປິດດັງອອກມາແລ້ວເປື້ອນ ກໍ່ຂາດຄວາມໝັ້ນໃຈ ລອງມາເບີ່ງ 4 ວິທີີນີ້ ຮັບຮອງວ່າສາວໆ ງາມແນ່ນອນເມື່ອໃສ່ຜ້າປິດປາກ-ປິດດັງ.
1. ໃຊ້ຜ້າປິດປາກ-ປິດດັງ ເພື່ອປ້ອງກັນບໍ່ໃຫ້ເຄື່ອງສຳອາງເປື້ອນ ແມ່ນມີຫຼາຍໃນປະເທດຍີ່ປຸ່ນ
👉 Three dimension Cosmetic Smear-free Face mask
👉 Mask ของ 3m ລຸ້ນ 9501v
👉 Xiaomi smart mi
👉 Be-style MASK PM2.5
ສາວໆ ທີ່ມັກແຕ່ງໜ້າຕ້ອງມີໄວ້ ເນື່ອງຈາກວ່າມັນຊ່ວຍປ້ອງກັນເຄື່ອງສຳອາງບໍ່ໃຫ້ເປື້ອນໄດ້ດີຫຼາຍ ຖ້າທ່ານບໍ່ມີຜ້າປິດປາກ-ປິດດັງຊະນິດນີ້ ເວລາກັບເມື່ອບ້ານຜ້າປິດປາກ-ປິດດັງຂອງທ່ານ ແມ່ນເຕັມໄປດ້ວຍຮອງພື້ນແນ່ນອນ.
2. ໃຊ້ Setting Spray Urban decay / MAC ເພື່ອເຮັດໃຫ້ແຕ່ງໜ້າຕິດທົນຍາວນານ.
👉 Urban Decay All Nighter Long Lasting Makeup Setting Spray.
ອັນນີ້ແມ່ນດີຫຼາຍເພາະເຄື່ອງສຳອາງຈະຕິດທົນຍາວນານໄດ້ດົນເຖິງ 16 ຊົ່ວໂມງ ແລະ ສາມາດໃຊ້ໄດ້ກັບທຸກໆ ສະພາບຜິວ.
👉 MAC Prep + Prime Fix +
ຊ່ວຍຮັກສາຜິວໃຫ້ຊຸ່ມຊື່ນ ບໍ່ກໍ່ໃຫ້ເກີດອາການຄັນ ຫຼື ແພ້ຕ່າງໆ ນອກຈາກນີ້ຍັງຊ່ວຍລັອກເຄື່ອງສຳອາງໃຫ້ຕິດທົນຍາວນານທີ່ສຸດ.
3. ໃຊ້ເຈັ້ຍທິດຊູບາງໆ ທັບໃສ່ຜ້າປິດປາກ-ປິດດັງ
ໃຜທີ່ມີຜິວໜ້າມັນຫຼາຍ ຈະສີດສະເປກໍ່ຍັງຢ້ານເຄື່ອງສຳອາງເປື້ອນ ຖ້າຕ້ອງການກັນໄວ້ກ່ອນກໍ່ຈະດີ ຊື່ງສາມາດໃຊ້ເຈ້ຍທິດຊູບາງໆ ທັບຊ້ອນໄວ້ກ່ອນ.
4. ເຄຍຮອງພື້ນບາງໆ ຈຸດນີ້ຕ້ອງໃຊ້ເນື້ອ matte! Lip Matt ກໍ່ຕ້ອງໃຊ້ເຊັ່ນກັນ.
ສາວໆ ຄົນໃດທີ່ມັກແຕ່ງໜ້າໜາໆ ເຫຼື້ອມໆ ຕ້ອງຢຸດໄວ້ກ່ອນ ລອງປ່ຽນການແຕ່ງໜ້າມາເປັນເນື້ອ matte ເບີ່ງວ່າຈະເປັນແນວໃດ? ແລະ ໃຊ້ Lip Matt ເຊັ່ນດຽວກັນ!