ພິທີໂຮມຊຸມນຸມປະກາດ ການສ້າງຕັ້ງສະຫະພັນ ຊາວໜຸ່ມລາວ ໄດ້ຈັດຂຶ້ນ ເມື່ອວັນທີ 25 ສິງຫານີ້ ທີ່ຫໍວັດທະນະທຳແຫ່ງຊາດ ໂດຍໃຫ້ກຽດເຂົ້າຮ່ວມຂອງ ທ່ານ ໄຊສົມພອນ ພົມວິຫານ ກຳມະການກົມ ການເມືອງສູນກາງພັກ ປະທານສູນກາງແນວລາວສ້າງຊາດ, ຜູ້ຕາງໜ້າບັນດາກະຊວງ, ອົງການ, ນະຄອນຫຼວງວຽງຈັນ, ຄະນະບໍລິຫານງານຊາວໜຸ່ມ ແລະ ສະມາຊິກຊາວໜຸ່ມເຂົ້າຮ່ວມ.
ທ່ານ ອາລຸນໄຊ ສູນນະລາດ ເລຂາຄະນະບໍລິຫານງານສູນກາງຊາວໜຸ່ມ ປະຊາຊົນ ປະຕິວັດລາວໄດ້ລາຍງານກ່ຽວກັບການສ້າງ ຕັ້ງສະຫະພັນຊາວໜຸ່ມລາວໂດຍໄດ້ຍົກໃຫ້ເຫັນວ່າ: ການສ້າງຕັ້ງສະຫະພັນຊາວໜຸ່ມລາວແມ່ນຄວາມຈໍາເປັນ ແລະ ແມ່ນຄວາມຮຽກຮ້ອງຕ້ອງການໃນສະພາບການປັດຈຸບັນ, ຈະສ້າງເງື່ອນໄຂອັນດີໃຫ້ຄະນະຊາວໜຸ່ມ ປະຊາຊົນ ປະຕິວັດລາວ ສາມາດເຂົ້າເຖິງຊາວໜຸ່ມທຸກຂົງເຂດ, ທຸກສາຂາອາຊີບໄດ້, ຄະນະຊາວໜຸ່ມ ປະຊາຊົນ ປະຕິວັດລາວ ຈະມີໂອ ກາດກໍາເອົາກໍາລັງຊາວໜຸ່ມ ແລະ ສາມາດເຮັດວຽກງານສຶກສາອົບຮົມ, ຈັດຕັ້ງ ແລະ ນໍາພາ ເຂົາ ເຈົ້າເຂົ້າຮ່ວມຂະບວນການປົກປັກຮັກສາ ແລະ ພັດທະນາປະເທດຊາດ, ຕ້ານບັນດາປະກົດການຫຍໍ້ທໍ້ໃນຖັນແຖວຊາວໜຸ່ມ, ກໍາລັງແຮງງານທີ່ບົ່ມຊ້ອນຢູ່ນໍາຊາວໜຸ່ມຈະໄດ້ຂຸດຄົ້ນອອກມານໍາໃຊ້ໃນວຽກງານຕົວຈິງ, ຮູບການເຄື່ອນໄຫວຂອງຊາວໜຸ່ມຈະອຸດົມສົມບູນຂຶ້ນຕື່ມ, ຄະນະຊາວໜຸ່ມປະຊາຊົນ ປະຕິວັດລາວ ຈະສາມາດຜ່ານຜ່າຂອດຈໍາກັດການເຄື່ອນໄຫວແຕ່ພາຍໃນສະມາຊິກຊາວໜຸ່ມ ປະຊາຊົນປະຕິວັດລາວໄປສູ່ມະຫາຊົນໄດ້ກວ້າງຂວາງກວ່າເກົ່າ. ການພົວພັນລະຫວ່າງຊາວໜຸ່ມລາວກັບຊາວໜຸ່ມເພື່ອນມິດຍຸດທະສາດ, ຊາວໜຸ່ມຂົງເຂດ, ພາກພື້ນ ແລະ ສາກົນກວ້າງຂວາງໃຫ້ມີປະສິດທິຜົນກວ່າເກົ່າ.
ໂອກາດເຂົ້າຮ່ວມ ທ່ານ ໄຊສົມພອນ ພົມວິຫານ ໄດ້ໃຫ້ການໂອ້ລົມ ຊຶ່ງໄດ້ເນັ້ນໃຫ້ ສະຫະພັນຊາວໜຸ່ມໃຫ້ຮີບຮ້ອນກະກຽມນໍາສະເໜີບຸກຄະລາກອນທີ່ຈະປະກອບເຂົ້າໃນ ໂຄງປະກອບບຸກຄະລາກອນຂອງສະຫະພັນຊາວໜຸ່ມລາວ ເພື່ອໃຫ້ໄດ້ເຄື່ອນໄຫວຕາມພາລະບົດບາດ ເຕົ້າໂຮມ ຄຸ້ມຄອງບັນດາສະມາຄົມ ທີ່ເຄື່ອນໄຫວພົວພັນກ່ຽວກັບຊາວໜຸ່ມ ແລະ ບຸກຄົນທີ່ມີຄວາມມັກ ຮັກໃນວຽກງານຊາວໜຸ່ມ, ຄະນະພັກ ແລະ ຄະນະຊາວໜຸ່ມແຕ່ລະຂັ້ນ ຕ້ອງນໍາເອົາເນື້ອໃນ ທີ່ຕັ້ງພາລະບົດບາດຂອງສະຫະພັນຊາວໜຸ່ມລາວໄປເຜີຍແຜ່ໃນສະມາຊິກຊາວໜຸ່ມ ແລະ ການຈັດຕັ້ງທາງສັງຄົມໄດ້ຮັບຮູ້ ແລະເຂົ້າໃຈ ພ້ອມທັງພິຈາລະນາກະກຽມສ້າງຕັ້ງສະຫະພັນຊາວໜຸ່ມຂັ້ນແຂວງ, ນະຄອນຫຼວງ, ກະຊວງ ແລະ ອົງການໃຫ້ໄດ້ເຄື່ອນໄຫວຄ່ຽງຄູ່ກັບ ຄະນະຊາວໜຸ່ມ ປະຊາຊົນປະຕິວັດລາວ, ສ້າງໃຫ້ພະນັກງານຊາວໜຸ່ມທີ່ມີຄວາມໜັກແໝ້ນ ເປັນແບບຢ່າງນໍາໜ້າໃນດ້ານ ຕ່າງໆ ປະກອບສ່ວນໃນການພັດທະນາຕົເອງ, ການຈັດຕັ້ງ ແລະ ປະເທດຊາດ, ກະກຽມແຜນການໄລຍະສັ້ນ ແລະ ໄລຍະຍາວ ລວມທັງຍຸດທະສາດ ຫຼື ແຜນພັດທະນາສະຫະພັນຊາວໜຸ່ມລາວ ຈະໄປໃນທິດທາງໃດ, ໂຄສະນາສຶກ ສາອົບຮົມເຕົ້າໂຮມສະມາຊິກ ເພື່ອມາເຂົ້າຮ່ວມເປັນສະມາຊິກຂອງສະຫະພັນໃຫ້ໄດ້ຫຼາຍທີ່ສຸດ, ສ້າງກົນໄກໃນການປົກປ້ອງສິດ ຜົນປະໂຫຍດອັນຊອບທໍາໃຫ້ແກ່ສະມາຊິກ ຕາມກົດໝາຍ ແລະ ລະບຽບການຂອງລັດ, ເປັນເຈົ້າການປະສານສົມທົບກັບບັນດາອົງການຈັດຕັ້ງຕ່າງໆທັງພາຍໃນ ແລະ ຕ່າງປະເທດຍາດແຍ່ງການສະໜັບສະໜູນ ແລະ ການຊ່ວຍເຫຼືອຕ່າງໆໃຫ້ສະຫະພັນຊາວໜຸ່ມລາວ ໄດ້ເຄື່ອນໄຫວຕາມພາລະບົດບາດຢ່າງແຂງແຮງ, ສູນກາງຊາວໜຸຸ່ມ ຈົ່ງສືບຕໍ່ຮັກສາມູນເຊື້ອຄວາມເປັນແບບຢ່າງນໍາໜ້າ ເປັນຄັນທຸງຂອງຊາວໜຸ່ມທົ່ວປະເທດ ພ້ອມກັບໝູ່ຄະນະໃນການເຮັດສໍາເລັດທຸກໜ້າທີ່ທີ່ພັກ-ລັດ,ປະຊາຊົນເຊື່ອໝັ້ນ, ອອກແຮງສຸດຂີດໃນການນໍາພາວຽກງານສະຫະພັນໃຫ້ກາຍເປັນກໍາລັງແຮງ ແລະ ສາມາດເຕົ້າໂຮມຊາວໜຸ່ມທຸກສາຂາອາຊີບມາສູ່ການຈັດຕັ້ງ ສຶກສາອົບຮົມ ແລະ ພັດທະນາ ໃຫ້ກາຍເປັນກໍາລັງແຮງສັງລວມໃຫ້ແກ່ປະເທດຊາດຂອງພວກເຮົາ.
Medialaos MMD (ແຫຼ່ງຂໍ້ມູນຈາກ: ໜັງສືພິມ ປະຊາຊົນ)