ວັນທີ 24 ສິງຫາຜ່ານມາ, ກອງປະຊຸມລັດຖະມົນຕີເສດຖະກິດ ບັນດາປະເທດ ກຳປູເຈຍ – ລາວ – ມຽນມາ – ຫວຽດນາມ ຄັ້ງທີ 12 (CLMV EMM 12) ໄດ້ຈັດຂຶ້ນແບບທາງໄກ. ນີ້ແມ່ນເຫດການສຳຄັນທີ່ນອນໃນຂອບກອງປະຊຸມລັດຖະມົນຕີເສດຖະກິດ ອາຊຽນ ຄັ້ງທີ 52 (AEM 52).
ກອງປະຊຸມລັດຖະມົນຕີເສດຖະ ກິດ CLMV ຄັ້ງທີ 12, ບັນ ດາປະເທດ ໄດ້ສຸມໃສ່ແລກປ່ຽນບາງບັນຫາຕົ້ນຕໍຄື: ກວດກາຄືນໃໝ່, ຕີລາຄາສະພາບການຜັນຂະຫຍາຍແຜນການປະຕິບັດງານຮ່ວມມືເສດຖະກິດ CLMV ໄລຍະ 2019-2020, ຮັບຮອງເອົາແຜນການຮ່ວມມືເສດຖະກິດ CLMV ໄລຍະ 2021 – 2022, ແຜນການຮັບມື ແລະ ຟື້ນຟູ ພາຍຫຼັງໂຣກລະບາດ COVID – 19.
ໃນວາລະດໍາເນີນກອງປະຊຸມ, ທ່ານ ເຈິ່ນຕວັນແອງ ລັດຖະມົນຕີກະຊວງອຸດສາ ຫະກຳ-ການຄ້າ ຫວຽດນາມ ໄດ້ສະເໜີໃຫ້ບັນດາປະເທດ CLMV ເພີ່ມທະວີການສົມທົບກັນກ່ຽວກັບນະໂຍບາຍ,ມາດ ຕະການແກ້ໄຂບັນດາຄວາມ ຫຍຸ້ງຍາກຈາກໂຣກລະບາດ COVID-19.
ທ່ານ ເຈິ່ນ ຕວັນ ແອງ ໄດ້ສະເໜີໃຫ້ບັນດາປະ ເທດ CLMV ຕັ້ງໜ້າ ແລະ ເປັນເຈົ້າການກວ່າເກົ່າໃນການ ເຂົ້າເຖິງ ແລະ ສະເໜີໃຫ້ບັນ ດາຄູ່ຮ່ວມມືພັດທະ ນາໜູນ ຊ່ວຍແຫຼ່ງກຳລັງໃນການຜັນ ຂະຫຍາຍບັນດາການເຄື່ອນ ໄຫວໂຄງການຮ່ວມມື CLMV ໃນໄລຍະໃໝ່.
ລັດຖະມົນຕີບັນດາປະ ເທດ CLMV ເຂົ້າຮ່ວມປະ ຊຸມ ຕ່າງກໍເຫັນດີວ່າ: ບັນດາປະເທດຕ້ອງເພີ່ມທະວີການສົມທົບ ເພື່ອຫຼຸດຜ່ອນຜົນກະທົບຕໍ່ການເຄື່ອນໄຫວຮ່ວມມືເສດຖະກິດ, ການຄ້າຂອງແຕ່ລະປະເທດ, ຮັກສາບັນດາກະແສການຄ້າ ແລະ ການລົງ ທຶນ ພ້ອມທັງເພີ່ມທະວີກຳລັງພາຍໃນຂອງແຕ່ລະປະເທດໃນການຮັບມື ແລະ ຟື້ນຟູ ພາຍຫຼັງໂຣກລະບາດ COVID – 19.
Medialaos MMD (ແຫຼ່ງຂໍ້ມູນຈາກ: ໜັງສືພິມ ປະຊາຊົນ)