ກອງປະຊຸມຜູ້ນໍາ ຂອບການຮ່ວມມືແມ່ນໍ້າຂອງ - ແມ່ນໍ້າລ້ານຊ້າງ ຄັ້ງທີ 3 ໄດ້ຈັດຂຶ້ນໃນຮູບ ແບບທາງໄກ ໃນວັນທີ 24 ສິງຫາ 2020 ໄດ້ຜ່ານ “ຖະແຫຼງການຂອງປະທານຮ່ວມກອງປະຊຸມຜູ້ນຳຂອບການຮ່ວມມືແມ່ນ້ຳຂອງ – ແມ່ນ້ຳລ້ານຊ້າງ ຄັ້ງທີ 3 ວ່າດ້ວຍການຮ່ວມມືໃນການເຊື່ອມສານ ລະຫວ່າງ ຂອບການຮ່ວມມືແມ່ນ້ຳຂອງ – ແມ່ນ້ຳລ້ານຊ້າງ ແລະ ແລວທາງການຄ້າທາງບົກ ແລະ ທາງທະເລ ສາກົນໃໝ່ ” ເພື່ອຮ່ວມກັນສົ່ງເສີມການພັດທະນາຂອບການຮ່ວມມືແມ່ນໍ້າຂອງ – ແມ່ນໍ້າລ້ານຊ້າງ ໃນອະນາຄົດ. ກອງປະຊຸມໄດ້ດໍາເນີນພາຍໃຕ້ການເປັນປະທານຮ່ວມຂອງພະນະທ່ານ ທອງລຸນ ສີສຸລິດ ນາຍົກລັດຖະມົນຕີ ແຫ່ງ ສາທາລະນະລັດ ປະຊາທິປະໄຕ ປະຊາຊົນລາວ ແລະ ພະນະທ່ານ ຫຼີ ເຄີ້ສຽງ ນາຍົກລັດຖະມົນຕີ ແຫ່ງ ສາທາລະ ນະລັດ ປະຊາຊົນຈີນ ຊຶ່ງມີປະມຸກລັດ, ຫົວໜ້າລັດຖະບານຂອງປະເທດສະມາຊິກແມ່ນໍ້າຂອງ - ແມ່ນໍ້າລ້ານຊ້າງທັງໝົດ ໄດ້ເຂົ້າຮ່ວມກອງປະຊຸມດັ່ງກ່າວ.
ພວກເຮົາ ຫວນຄືນເຖິງຖະແຫຼງການສັນຍາຂອງກອງປະຊຸມຜູ້ນໍາແມ່ນໍ້າຂອງ - ແມ່ນໍ້າລ້ານຊ້າງ ຄັ້ງທໍາອິດ ໃນວັນທີ 23 ມີນາ 2016, ຖະແຫຼງການພະນົມເປັນ ຂອງກອງປະຊຸມຜູ້ນໍາແມ່ນໍ້າຂອງ – ແມ່ນໍ້າລ້ານຊ້າງ ຄັ້ງທີ 2 ແລະ ແຜນປະຕິບັດງານ 5 ປີ ວ່າດ້ວຍການຮ່ວມມືແມ່ນໍ້າຂອງ - ແມ່ນໍ້າລ້ານຊ້າງ (2018-2020) ທີ່ຖືກຮັບຮອງ ໃນວັນທີ 10 ມັງກອນ 2018, ທີ່ໄດ້ໝາຍໝັ້ນ ຈະເສີມຂະຫຍາຍ ແລະ ຮັດແໜ້ນການຮ່ວມມືຕ່າງຝ່າຍຕ່າງມີຜົນປະໂຫຍດ; ສົ່ງເສີມການພັດທະນາເສດຖະກິດ ແລະ ສັງຄົມຂອງບັນດາປະເທດ ຕາມລໍາແມ່ນໍ້າຂອງ - ແມ່ນໍ້າລ້ານຊ້າງ; ຍົກສູງຊີວິດການເປັນຢູ່ຂອງປະຊາຊົນໃນທຸກປະເທດສະມາຊິກ; ຮັດແຄບຄວາມແຕກໂຕນດ້ານການພັດທະນາໃນພາກພື້ນ ແລະ ສ້າງປະຊາຄົມທີ່ມີອະນາຄົດຮ່ວມກັນ ແຫ່ງສັນຕິພາບ ແລະ ຄວາມຈະເລີນຮຸ່ງເຮືອງ ຂອງປະເທດແມ່ນໍ້າຂອງ - ແມ່ນໍ້າລ້ານຊ້າງ.
ພວກເຮົາ ຮັບຮູ້ຂອບການຮ່ວມມືແມ່ນໍ້າຂອງ-ແມ່ນໍ້າລ້ານຊ້າງ ເປັນກົນໄກການຮ່ວມມືອະນຸພາກພື້ນໃໝ່ ທີ່ມີການປຶກສາຫາລືຢ່າງກວ້າງຂວາງ, ມີການປະກອບສ່ວນ ແລະ ມີຜົນປະໂຫຍດຮ່ວມ ລະຫວ່າງ 6 ປະເທດສະມາຊິກດ້ວຍກັນ ໂດຍໝາຍໝັ້ນທີ່ຈະເພີ່ມທະວີການຮ່ວມມືທາງດ້ານເສດຖະກິດຂ້າມຊາຍແດນ ແລະ ການພັດທະນາ ລະຫວ່າງບັນດາປະເທດໃນພາກພື້ນ ຜ່ານການສົ່ງເສີມທາງດ້ານການຄ້າ ແລະ ການລົງທຶນ.
ພວກເຮົາ ຮັບຊາບວ່າ ຂໍ້ລິເລີ່ມແລວທາງການຄ້າ ທາງບົກ ແລະ ທາງທະເລ ສາກົນໃໝ່ ຈະເຮັດໃຫ້ການເຊື່ອມຈອດຫຼາຍຮູບແບບລະຫວ່າງ ອາຊີຕາເວັນອອກສ່ຽງໃຕ້ ແລະ ທະວີບອາຊີ-ເອີຣົບ (Eurasia) ປະກົດຜົນເປັນຮູບປະທໍາຕົວຈິງ ໂດຍຜ່ານພາກຕາເວັນຕົກຂອງຈີນ ເພື່ອກາຍເປັນແລວທາງການຄ້າສາກົນຮອບດ້ານ ທີ່ເຊື່ອມໂຍງລະບົບການຜະລິດ ແລະ ຕ່ອງໂສ້ການສະໜອງສິນຄ້າ ແລະ ບໍລິການຂອງພາກພື້ນ ຜ່ານການເຊື່ອມຈອດທາງບົກ ແລະ ທາງທະເລ ແລະ ອຳນວຍຂັ້ນຕອນການແຈ້ງພາສີໃຫ້ສະດວກໄວຂຶ້ນ.
ພວກເຮົາ ຮັບຮູ້ເຖິງຄວາມສໍາຄັນຂອງການຮ່ວມມືກັນ ລະຫວ່າງ ຂອບການຮ່ວມມືແມ່ນໍ້າຂອງ-ແມ່ນໍ້າລ້ານຊ້າງ ແລະ ແລວທາງການຄ້າທາງບົກ ແລະ ທາງທະເລ ສາກົນໃໝ່ ເພື່ອເສີມຂະຫຍາຍການຮ່ວມມືທາງດ້ານເສດຖະກິດ, ການຄ້າ ແລະ ການລົງທຶນ ລະຫວ່າງປະເທດແມ່ນໍ້າຂອງ-ແມ່ນໍ້າລ້ານຊ້າງ, ສົ່ງເສີມການຄ້າທີ່ໂລ່ງລ່ຽນ ແລະ ການລົງທຶນທີ່ຍືນຍົງ, ຍົກລະດັບລະບົບຕ່ອງໂສ້ການສະໜອງ ແລະ ອຸດສາຫະກໍາຂອງພາກພື້ນ ແລະ ສ້າງເສດຖະກິດອະນຸພາກພື້ນໃຫ້ມີຄວາມເຂັ້ມແຂງ, ມີສ່ວນຮ່ວມ, ຍືນຍົງ ແລະ ສາມາດແຂ່ງຂັນໄດ້.
ພວກເຮົາ ຮັບຮູ້ເຖິງກາລະໂອກາດໃນການສ້າງກໍາລັງແຮງຮ່ວມກັນ ລະຫວ່າງຍຸດທະສາດການພັດທະນາແຫ່ງຊາດຂອງປະເທດສະມາຊິກແມ່ນ້ຳຂອງ-ແມ່ນ້ຳລ້ານຊ້າງ ໂດຍສະເພາະ ການພັດທະນາພື້ນຖານໂຄງລ່າງ, ການເຊື່ອມຈອດ, ແລວທາງການຄ້າທາງບົກ ແລະ ທາງທະເລ ສາກົນໃໝ່ ເພື່ອສົ່ງເສີມການຮ່ວມມືດ້ານເສດຖະກິດ ແລະ ຊຸກຍູ້ການເຊື່ອມຈອດ ແລະ ການພັດທະນາ ລະຫວ່າງປະເທດສະມາຊິກ, ອະນຸພາກພື້ນແມ່ນ້ຳຂອງ-ແມ່ນ້ຳລ້ານຊ້າງ ແລະ ກັບນອກພາກພື້ນ.
ເພື່ອສະໜັບສະໜູນການເຊື່ອມສານ ລະຫວ່າງ ຂອບການຮ່ວມມືແມ່ນໍ້າຂອງ-ແມ່ນໍ້າລ້ານຊ້າງ ແລະ ແລວທາງການຄ້າ ທາງບົກ ແລະ ທາງທະເລສາກົນໃໝ່, ໄດ້ໃຫ້ຄໍາໝາຍໝັ້ນ ຈະຊ່ວຍສະໜັບສະໜູນດ້ານນະໂຍບາຍ ໂດຍຜ່ານການສະໜອງ ປັດໄຈທີ່ຈໍາເປັນ ດັ່ງນີ້:
ພວກເຮົາ ຢືນຢັນຄືນຄວາມໝາຍໝັ້ນທີ່ຈະສົ່ງເສີມການຮ່ວມມືດ້ານການເຊື່ອມຈອດ, ການຄ້າ, ການລົງທຶນ ແລະ ຄວາມອາດສາມາດດ້ານການຜະລິດ ໂດຍເພີ່ມທະວີການອໍານວຍຄວາມສະດວກທາງດ້ານການຄ້າ, ສືບຕໍ່ຊອກຫາສິ່ງອໍານວຍຄວາມສະດວກຕ່າງໆ ເພື່ອການເຊື່ອມຈອດທາງບົກ ແລະ ທາງທະເລ, ດໍາເນີນກິດຈະກໍາສົ່ງເສີມການຄ້າ ແລະ ການລົງທຶນ ຫຼາຍຮູບແບບ, ສ້າງຄວາມເຂັ້ມແຂງ ແລະ ຍືນຍົງກວ່າເກົ່າ ໃຫ້ແກ່ອຸດສາຫະກໍາ ແລະ ຕ່ອງໂສ້ການສະໜອງສິນຄ້າ ແລະ ບໍລິການຂອງພາກພື້ນ ເພື່ອຍົກລະດັບການດຳລົງຊີວິດແບບມີຄຸນນະພາບສູງ ແລະ ການພັດທະນາແບບຍືນຍົງ ຂອງພາກພື້ນແມ່ນໍ້າຂອງ-ແມ່ນໍ້າລ້ານຊ້າງ.
ພວກເຮົາ ຈະເສີມຂະຫຍາຍການຮ່ວມມືທາງດ້ານເສດຖະກິດດີຈີຕອນ, ການພັດທະນາຊັບພະຍາກອນມະນຸດ ລວມທັງ ຈຸນລະວິສາຫະກິດ, ວິສາຫະກິດຂະໜາດນ້ອຍ ແລະ ຂະໜາດກາງ ເພື່ອມີແນວທາງແກ້ໄຂຜົນກະທົບທາງລົບຈາກການລະບາດຂອງພະຍາດໂຄວິດ-19 ຢ່າງມີປະສິດທິພາບ, ຊຸກຍູ້ການສ້າງວຽກເຮັດງານທໍາ ແລະ ສືບຕໍ່ການຜະລິດຄືນໃໝ່ ແລະ ການຟື້ນຟູເສດຖະກິດ.
ໂດຍອີງໃສ່ກົນໄກ ແລະ ເວທີ ທີ່ມີຢູ່ໃນປັດຈຸບັນ ເປັນຕົ້ນ: ບັນດາໜ່ວຍງານວິຊາການຮ່ວມຂົງເຂດບຸລິມະສິດຂອບການຮ່ວມມືແມ່ນໍ້າຂອງ-ແມ່ນໍ້າລ້ານຊ້າງ ແລະ ກອງປະຊຸມເຈົ້າໜ້າທີ່ອາວຸໂສ ແລວທາງການຄ້າ ທາງບົກ ແລະ ທາງທະເລສາກົນໃໝ່ ທີ່ຜ່ານມາ, ພວກເຮົາ ຈະສົ່ງເສີມການເຊື່ອມສານ ລະຫວ່າງ ຂອບການຮ່ວມມືແມ່ນໍ້າຂອງ-ແມ່ນໍ້າລ້ານຊ້າງ ແລະ ແລວທາງການຄ້າ ທາງບົກ ແລະ ທາງທະເລ ສາກົນໃໝ່.
ພວກເຮົາ ມອບໝາຍໃຫ້ ສູນສາກົນເພື່ອການສຶກສາແມ່ນໍ້າຂອງ (GCMS) ດໍາເນີນການສຶກສາຄົ້ນຄວ້າຢ່າງລະອຽດ ກ່ຽວກັບ ຜົນປະໂຫຍດບົ່ມຊ້ອນ ທີ່ໄດ້ຈາກການເຊື່ອມສານ ແລະ ສະໜັບສະໜູນຊຶ່ງກັນ ແລະ ກັນ ລະຫວ່າງ ຂອບການຮ່ວມມືແມ່ນໍ້າຂອງ-ແມ່ນໍ້າລ້ານຊ້າງ ແລະ ແລວທາງການຄ້າ ທາງບົກ ແລະ ທາງທະເລ ສາກົນໃໝ່ ທີ່ມີຕະຫຼາດຂະໜາດໃຫຍ່. ຜົນການສຶກສາຄົ້ນຄວ້າດັ່ງກ່າວ ຄວນຖືກນໍາສະເໜີຕໍ່ກອງປະຊຸມເຈົ້າໜ້າທີ່ອາວຸໂສ ແລະ ກອງປະຊຸມລັດຖະມົນຕີຕ່າງປະເທດແມ່ນໍ້າຂອງ-ແມ່ນໍ້າລ້ານຊ້າງ ກໍານົດຂົງເຂດການຮ່ວມມືທີ່ເປັນບຸລິມະສິດ ແລະ ຮັບຮອງເອົາໃນໂອກາດ ກອງປະຊຸມຜູ້ນໍາແມ່ນໍ້າຂອງ-ແມ່ນໍ້າລ້ານຊ້າງ ຄັ້ງທີ 4.
ພວກເຮົາ ຈະສືບຕໍ່ຮັດແໜ້ນການຮ່ວມມື ລະຫວ່າງ ບັນດາປະເທດແມ່ນໍ້າຂອງ-ແມ່ນໍ້າລ້ານຊ້າງ ພາຍໃຕ້ຂໍ້ລິເລີ່ມ ໜຶ່ງແລວ ໜຶ່ງເສັ້ນທາງ ແນ່ໃສ່ເສີມຂະຫຍາຍການເຊື່ອມສານ ລະຫວ່າງ ຂອບແມ່ນໍ້າຂອງ-ແມ່ນໍ້າລ້ານຊ້າງ ແລະ ແລວທາງການຄ້າ ທາງ ບົກ ແລະ ທາງທະເລ ສາກົນໃໝ່ ເພື່ອສະໜັບສະໜູນການສ້າງປະຊາຄົມເສດຖະກິດອາຊຽນ.
ເອກະສານສະບັບນີ້ ໄດ້ຖືກຮັບຮອງເອົາ ໂດຍ ສປປ ລາວ ແລະ ສປ ຈີນ ປະທານຮ່ວມກອງປະຊຸມຜູ້ນຳຂອບການຮ່ວມມື ແມ່ ນໍ້າຂອງ-ແມ່ນໍ້າລ້ານຊ້າງ ຄັ້ງທີ 3 ໃນວັນທີ 24 ສິງຫາ 2020.
Medialaos MMD (ແຫູ່ງຂໍ້ມູນຈາກ: ໜັງສືພິມ ປະຊາຊົນ)